ລາວ-ໄທ ມູ້ງພັທນາ ເຊື່ອມຕໍ່ເສັ້ນທາງ

ລາວ-ໄທ ຮ່ວມສຶກສາ ເພື່ອພັທນາເສັ້ນທາງ ເຊື່ອມຕໍ່ຣະຫວ່າງກັນ ໃຫ້ມີ ຫລາຍເພີ່ມຂຶ້ນ.

ໜ່ວຍງານກ່ຽວຂ້ອງ ພາຄຣັຖຂອງ ລາວແລະໄທຽ ພວມສຶກສາເບິ່ງ ຄວາມເປັນໄປໄດ້ ໃນກາຣພັທນາ ເສັ້ນທາງເຊື່ອມຕໍ່ ຣະຫວ່າງ ແຂວງໄຊຍະບຸຣີ ກັບແຂວງຊາຍ ແດນຂອງໄທຽ ໂດຽຕັ້ງເປົ້າໝາຍ ຈະໃຫ້ສາມາດ ຂຍາຍດ່ານກາຣຄ້າ ກາຣລົງທຶນ ຣະຫວ່າງກັນ ໃຫ້ມີຫລາຍເພີ່ມຂຶ້ນ ພ້ອມກັບພັທນາ ເຊື່ອມຕໍ່ເສັ້ນທາງ ກັບເຄືອຂ່າຍ ພາຍໃນລາວ ແລະຍົກຣະດັບ ກາຣຄົມນາຄົມ ຂົນສົ່ງໃນພູມີພາຄ ລຸ່ມແມ່ນ້ຳຂອງ ດັ່ງເຈົ້າໜ້າທີ່ ຜແນກໂຍທາທິກາຣ ແລະຂົນສົ່ງ ປະຈຳແຂວງ ໄຊຍະບຸຣີໄດ້ກ່າວວ່າ:

“ທາງຣັຖບາລໄທຽ ກໍໄດ້ໃຫ້ຄວາມ ຮ່ວມມື ປັຈຈຸບັນນີ້ ກະມີຫລາຍໂຄງກາຣ ທີ່ທາງອົງກາຣ NEDA  ຂອງໄທຽກຳລັງ ສຶກສາຢູ່ເນາະ ອາຈຈະຮ່ວມມືກັນ ສ້າງທາງ ຕາມຮີມ(ແຄມ) ຊາຍແດນຕື່ມ".

ພ້ອມດຽວກັນນີ້ ທ່ານກໍວ່າ ໄຊຍະບຸຣີ ເປັນແຂວງທີ່ມີ ຊາຍແດນຕິດຈອດ ກັບປະເທດໄທ ເປັນຣະຍະຍາວ ແຕ່ກາຣພັທນາ ເຊື່ອມຕໍ່ເສັ້ນທາງ ບໍ່ທັນມີຫລາຍ ເທົ່າທີ່ຄວນ ຍ້ອນວ່າຍັງບໍ່ທັນ ມີຂົວຂ້າມແມ່ນ້ຳຂອງ ຜ່ານເທື່ອ ແຕ່ປັຈຈຸບັນນີ້ ກໍມີໂຄງກາຣ ທີ່ຈະສ້າງຢູ່ ສອງແຫ່ງເຊັ່ນ ຣະຫວ່າງແຂວງໄຊຍະບຸຣີ-ຫລວງພຣະບາງ ແລະໂຄງການ ສ້າງຂົວເພື່ອເຊື່ອມ ແຂວງໄຊຍະບຸຣີ-ແຂວງວຽງຈັນ ທີ່ຄາດວ່າຈະແລ້ວ ສຳເຣັຈພາຍ ໃນປີ 2013.

ຢ່າງໃດກໍຕາມ ທາງສຳນັກງານ ຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອນບ້ານ ຂອງໄທຽ ຫລື NEDA ກໍໄດ້ເຂົ້າມາ ສຳຣວຈເບິ່ງຄວາມ ເປັນໄປໄດ້ ໂດຽຈະມີ ກາຣພັທນາດ່ານສາກົລ ໄປພ້ອມໆກັບ ໂຄງກາຣເຊື່ອມຕໍ່ ເສັ້ນທາງ ພ້ອມກັບຍົກຣະດັບ ດ່ານພູດູ່ ແຂວງອຸຕຣາດິຕ ກັບເມືອງປາກລາຍ ແລະດ່ານບ້ານຮວກ ແຂວງພະເຍົາ ກັບເມືອງຄອບ ແຂວງໄຊຍະບຸຣີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org