ລາວ-ໄທ ປຶກສາເຂດຊາຍແດນ

ທາງການ ລາວແລະໄທ ຈະຫາລືກັນ ກ່ຽວກັບບັນຫາ ຂໍ້ຂັດແຍ້ງ ເຂດຊາຍແດນ.

ທ່ານ ກະສິດ ພິຣົມ ຣັຖມົນຕຣີ ກະຊວງການ ຕ່າງປະເທດໄທ ກ່າວວ່າ ຄນະກັມມາທິການ ຮ່ວມຊາຍແດນ ລາວ-ໄທ ຈະປະຊຸມກັນ ໃນວັນທີ່ 14 ແລະ 15 ເດືອນຕຸລາ ຈະມາເຖິງ ທີ່ບາງກອກ. ບັນຫາທີ່ສຳຄັນ ທີ່ຈະປຶກສາ ຫາລືກັນ ກໍແມ່ນ ບັນຫາຂໍ້ຂັດແຍ້ງ ເຂດຊາຍແດນ. ກ່ຽວກັບບັນຫາ ຊາຍແດນນີ້ ທ່ານ ກະສິດ ກ່າວວ່າ ຖ້າຫາກ ທັງສອງຝ່າຍ ບໍ່ສາມາດ ຕົກລົງກັນໄດ້ ໂດຍອາໄສ ການພົບ ປະເຈຣະຈາກັນ ທາງດ້ານກົດໝາຍ ຣັຖບານ ຂອງສອງປະເທດ ອາດຈະພຍາຍາມ ແກ້ໄຂ ໂດຍອາໄສ ການເມືອງ.

ສອງປະເທດ ຈະຕັດສິນໃຈ ແກ້ໄຂບັນຫາ ຕາມຫລັກການ ທີ່ວ່າ ຕ່າງຝ່າຍ ມີໄດ້ມີເສັຍ. ສະນັ້ນ ປະຊາຊົນໄທ ຄວນຕຽມພ້ອມ ຮັບຟັງເຫດຜົນ ການຕົກລົງ ກັນຕາມຫລັກການ ດັ່ງກ່າວ ບໍ່ໝາຍຄວາມວ່າ ຝ່າຍໄທຈະເປັນ ຜູ້ສູນເສັຍດິນແດນ ແຕ່ຢ່າງໃດ. ຫລາຍປະເທດ ໃນໂລກ ກໍມີຂໍ້ຂັດແຍ້ງ ຊາຍແດນ ຣະຫວ່າງກັນ ແລະ ປະເທດເຫລົ່ານັ້ນ ກໍແກ້ໄຂໄດ້ ໂດຍອີງຕາມ ຫລັກມີໄດ້ມີເສັຍ.

ທ່ານ ກະສິດ ພິຣົມ ກ່າວອີກວ່າ ເຖິງເວລານັ້ນ ກະຊວງການ ຕ່າງປະເທດໄທ ຈະອະທິບາຍ ໃຫ້ປະຊາຊົນ ເຂົ້າໃຈ. ປະເທດລາວ ແລະໄທ ມີຊາຍແດນ ຮ່ວມກັນ ເຖິງ 702 ກິໂລແມັດ; 96 ສ່ວນຮ້ອຍຂອງ ຊາຍແດນທັງໝົດ ຖືກປັກຫລັກ ໝາຍແບ່ງເຂດ ຊາຍແດນ ຢ່າງຄັກແນ່ແລ້ວ ຍັງເຫລືອຢູ່ 4 ສ່ວນຮ້ອຍ ຫລືສີ່ຈຸດ ທີ່ຍັງບໍ່ສາມາດ ຕົກລົງກັນໄດ້ ຄື ຈຸດທີ່ນຶ່ງ ທີ່ບ້ານຮ່ວມເກົ້າ ໃນຣະຫວ່າງ ແຂວງໄຊຍະບຸຣີ ແລະແຂວງ ພິສນຸໂລກ ຂອງໄທ; ຈຸດທີ່ ສອງແລະສາມ ແມ່ນ ພູຊີ້ຟ້າ ແລະ ດອຍຜາຕັ້ງ      ຣະຫວ່າງ ແຂວງໄຊຍະບຸຣີ ແລະ ແຂວງຊຽງຮາຍ; ແລະຈຸດທີ່ສີ່ ບໍຣິເວນ ຊາຍແດນ ຣະຫວ່າງ ດ່ານວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ແລະ ດ່ານຊ່ອງເມັກ ແຂວງ ອຸບົນ ຣາຊທານີ ຂອງໄທ.

ເມື່ອປີ 1987 ກຳລັງທະຫານ ສປປລາວແລະໄທ ປະທະກັນ ຢ່າງແຮງ ໃນບໍຣິເວນ ສອງສາມຈຸດ ທຳອິດ. ນອກຈາກກອງ ປະຊຸມ ໃນເດືອນໜ້ານີ້ ແລ້ວ ຄນະກັມມາທິການ ຮ່ວມຊາຍແດນ ລາວແລະໄທ ຍັງຈະປະຊຸມ ຫາລືກັນຕື່ມ ໃນວັນທີ່ 19 ເດືອນທັນວາ ທ້າຍປີນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org