ທ່ານ ນາມ ວີຍາເກດ ຣັຖມົນຕຣີ ອຸດສະຫາກັມ ແລະການຄ້າ ສປປລາວ ພ້ອມດ້ວຍ ຣັຖມົນຕຣີການຄ້າ ອາຊຽນ ອີກສີ່ປະເທດ ແລະ ເຈົ້າຫນ້າທີ່ຣະດັບສູງ ທາງດ້ານ ການຄ້າອາຊຽນ ໄດ້ເດີນທາງໄປ ຢ້ຽມຢາມ ສະຫະຣັຖ ອະເມຣິກາ ເປັນເວລາ 6 ວັນ ໃນອາທີດນີ້. ການໄປຢ້ຽມຢາມ ສະຫະຣັຖ ຂອງກຸ່ມດ່ັງກ່າວ ແມ່ນຈາກການ ເຊື້ອເຊີນຂອງ ສະພາການຄ້າ ອາຊຽນ-ສະຫະຣັຖ ແລະຫ້ອງການ ຕົວແທນການຄ້າ ຂອງສະຫະຣັຖ ບັນດາຣັຖມົນຕຣີ ອາຊຽນ ຈະໄປຢ້ຽມຢາມ ເມືອງ Seattle ແລະ ນະຄອນຫລວງ ວໍຊີງຕັນ DC. ຈຸດປະສົງໃນ ການຢ້ຽມຢາມ ສະຫະຣັຖ ຂອງກຸ່ມດ່ັງກ່າວ ເທື່ອນີ້ ກໍເພື່ອສົ່ງເສີມ ຄວາມສຳຄັນ ຂອງການເຕີບໂຕ ຂອງບັນດາ ປະເທດເອເຊັຽ ຕາເວັນອອກສ່ຽງໃຕ້ ທີ່ຈະກາຍເປັນ ທາງຜ່ານຂອງ ການຄ້າໂລກ ແລະການລົງທືນ ຮ່ວມດ້ວຍຈຸດປະສົງ ເພື່ອສົ່ງເສີມການ ໂຄງຮ່າງການພັທນາ ໃນຂົງເຂດເອເຊັຽ ຕາເວັນອອກສ່ຽງໃຕ້ ນຳອີກ.
ໃນປີ 2015 10 ປະເທດ ສະມາຊິກ ອາຊຽນ ຈະຮ່ວມເຂົ້າກັນ ເປັນຕລາດການຄ້າ ອັນນຶ່ງດຽວແບບ ສະຫາພາບ ຢູໂຣບ ທີ່ມີປະຊາກອນ ເກືອບຮອດ 600 ລ້ານ ຄົນ ແລະມີຍອດຜົລຜລິດ ຮ່ວມກວ່າ 1.5 ຕື້ໆ ໂດລາ. ຣັຖມົນຕຣີການ ຄ້າອາຊຽນ ຈະໃຊ້ໂອກາດ ການຢ້ຽມຢາມ ສະຫະຣັຖ ເທື່ອນີ້ ເພື່ອຊອກຫາ ນັກທຸຣະກິດ ການຄ້າລາຍໃຫຍ່ ແລະລາຍນ້ອຍ ມາລົງທືນທີ່ ຕລາດອາຊຽນ ທີ່ກຳລັງຂຍາຍຕົວ ໃນເວລານີ້. ມູນຄ່າການຄ້າ ສອງຝ່າຍ ຣະຫວ່າງ ສະຫະຣັຖ ກັບອາຊຽນ ໃນປີ 2008 ຕົກຢູ່ປະມານ 180 ພັນລ້ານໂດລາ ແລະກໍມີການ ຂາຍຕົວຂື້ນໄປ ເລື້ອຍໆ. ສຳລັບພາກສ່ວນ ຂອງສປປລາວ ແລ້ວ ມູນຄ່າການຄ້າ ກັບສະຫະຣັຖ ບໍມີຫລາຍ ປານໃດ ສ່ວນໃຫຍ່ ແມ່ນການນຳເຂົ້າ ຫລາຍກວ່າ ສະຫະຣັຖກຳລັງ ຈະສ້າງສາຍພົວພັນ ທາງດ້ານການຄ້າ ກັບກຸ່ມປະເທດ ອາຊຽນ ອີກໃຫມ່ ຫລັງຈາກທີ່ໄດ້ ປະປ່ອຍມາເປັນ ເວລາດົນນານ.