ຍີ່ປຸ່ນ ເພີ້ມ ການຊ່ອຍເຫລືອ ໃຫ້ປະເທດ ແມ່ນໍ້າຂອງ

ຜູ້ນໍາ ຍີ່ປຸ່ນ ແລະ 5 ປະເທດ ແມ່ນໍ້າຂອງ ໄດ້ສລຸບ ກອງປະຊຸມ ເມື່ອວັນເສົາຜ່ານມາ ທີ່ໂຕກຽວ ໂດຍສັນຍາ ວ່າ ຈະໃຫ້ທັງເງິນກູ້ຢືນ ແລະ ຊ່ອຍເຫລືອ ຫລາຍກ່ວາ 5 ພັນ 5 ຮ້ອຍລ້ານ ດອນລາສະຫະຣັຖ, ພ້ອມກັບ ສັນຍາວ່າ ຈະສ້າງສາຍສໍາພັນ ໃຫ້ເລິກເຊິ່ງຂຶ້ນ ກ່ວາເກົ່າ, ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ເອັຟ ພີ.

ທ່ານ ຢູກີໂອະ ຮາໂທຢາມະ, ກ່າວທີ່ກອງປະຊຸມ ໃຫ້ສັມພາດຂ່າວ ວ່າ ຂົງເຂດແມ່ນໍ້າຂອງ ແມ່ນເຂດ ທີ່ສໍາຄັນ ຕົ້ນຕໍ ສໍາຣັບ ການຊ່ອຍເຫລືອ ດ້ານການພັທນາ ຢ່າງເປັນທາງການ ຂອງຍີ່ປຸ່ນ ໃນຂະນະທີ່ ຍີ່ປຸ່ນ ພວມຫາຊ່ອງທາງ ເພື່ອສົ່ງເສີມ ການພັທນາ ໃນເຂດ ທີ່ອຸດົມສົມບູນ ທາງດ້ານຊັພຍາກອນ.

ໃນຖແລງການຮ່ວມ ເວົ້າວ່າ ຍີ່ປຸ່ນ ສັນຍາວ່າ ຈະຊ່ອຍເຫລືອ ຫລາຍກ່ວາ 500 ພັນລາ ເຢັນ ໃນການຊອ່ຍເຫລືອ ດ້ານການພັທນາ ໃນ 3 ປີ ຂ້າງໜ້າ ເພື່ອເພີ້ມການພັທນາ ຂົງເຂດ ແມ່ນໍ້າຂອງ, ຮວມທັງ ກັມພູຊາ, ລາວ, ວຽດນາມ, ພະມ້າ ແລະ ໄທ. ແລະ ວ່າ ຍີ່ປຸ່ນ ຫລິງເຫັນ ຄວາມຈໍາເປັນ  ໃນການສ້າງສາຍສັມພັນ ຣະຫວ່າງ ປະເທດແມ່ນໍ້າຂອງ-ຍີ່ປຸ່ນ ແລະ ການຮ່ວມມື ເພີ້ມທະວີ ປະສິດທິພາບ ໃນຂົງເຂດແມ່ນໍ້າຂອງ.

ທ່ານ ຮາໂຕຢາມະ ກ່າວຕື່ມວ່າ ບໍ່ຍຸຕິທັມເລີຍ ທີ່ເວົ້າວ່າ ການພົວພັນ ຂອງຈີນ ເພີ້ມຂຶ້ນ ໃນຂົງເຂດ ແມ່ນໍ້າຂອງ ນັ້ນ ຈະບໍ່ມີຜົນປໂຍດຫຍັງ ສໍາຣັບ ຍີ່ປຸ່ນ, ໂດຍໃຫ້ຂໍ້ສັງເກດວ່າ ຍີ່ປຸ່ນ ແລະ ຈີນ ກໍໄດ້ເຣີມ ປະສານງານ ທາງດ້ານນະໂຍບາຍ ໃນຂົງເຂດ ແມ່ນໍ້າຂອງ. ແລະ ວ່າ ການສ້າງ ຜົນປໂຍດຮ່ວມກັນ ແມ່ນເປັນເຣື້ອງທີ່ສໍາຄັນຫລາຍ ໂດຍການຮ່ວມມື ຊຶ່ງກັນແລະກັນ ເພື່ອໃຫ້ທຸກຄົນ ໄດ້ຮັບຜົນປໂຍດ ຣະຫວ່າງ ຍີ່ປຸ່ນ, ຈີນ ແລະ ປະເທດແມ່ນໍ້າຂອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org