ລາວ ຄາດການເງິນ ຈາກຕ່າງປະເທດ
ຣັຖບານລາວ ຄາດວ່າ ຈະໄດ້ຮັບ ການຊ່ອຍເຫລືອ ດ້ານການເງິນ ຢ່າງຫລວງຫລາຍ ຈາກຕ່າງປະເທດ
-
ໂພໄຊສວັດ
2009-01-30 -
-
-
Your browser doesn’t support HTML5 audio
ຂ່າວຈາກ ກະຊວງການເງິນ ເປີດເຜີຍວ່າ ຣັຖບານລາວ ຫວັງວ່າ ຈະໄດ້ຮັບ ເງິນກູ້ຢືມ ແລະ ຊ່ອຍເຫລືອ ບໍລິຈາກ ຫລາຍກວ່າ 2,153 ພັນລ້ານກີບ ຫລື 253 ລ້ານໂດລາ ສະຫະຣັຖ ຈາກສະຖາບັນ ການເງິນ ນາໆຊາດ ພາຍໃນປີ ງົບປະມານນີ້ ເພື່ອລົງທຶນໃນ ໂຄງການ ພັດທະນາ ຕ່າງໆ.
ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວໃນ ການເປີດປະຊຸມ ເພື່ອທົບທວນ ການໃຊ້ງົບ ປະມານ ປີ 2007/2008 ຈາກ ເງິນກູ້ຢືມ ເພື່ອໃຊ້ໃນ ໂຄງການ ຕ່າງໆ ພາຍໃນປີ ງົບປະມານນີ້. ໃນກອງ ປະຊຸມນີ້ ມີຜູ້ ບໍລິຫານ ກວ່າ 50 ໂຄງການ ເຂົ້າຮ່ວມ.ອີງຕາມການ ສເນີລາຍງານ ຂອງທ່ານ ຣັຖມົນຕຣີ ທີ່ຈັດກອງ ປະຊຸມ ເຫັນວ່າ ສະຖາບັນ ການເງິນ ນາໆຊາດ ຫລາຍອົງການ ຮວມທັງ ທະນາຄານໂລກ ແລະ ທະນາຄານ ພັດທະນາ ເອເຊັຍ ໄດ້ໃຫ້ຄໍາ ໝັ້ນສັນຍາ ຢ່າງຈິງໃຈ ທີ່ຈະ ອະນຸມັດ ເງິນກູ້ຢືມ ໃຫ້ລາວປະມານ 184ລ້ານໂດລາ ແລະ ຊ່ອຍເຫລືອ ບໍລິຈາກອີກ ປະມານ 64 ລ້ານໂດລາ ສະຫະຣັຖ.
ຕາມຄວາມຈິງ ແລ້ວ ທາງການລາວ ຢາກໄດ້ຮັບ ການຊ່ອຍເຫລືອ ບໍລິຈາກ ຫລືກູ້ຢືມ ເງິນ ຫລາຍກວ່ານີ້ ດັ່ງ ເອກອະທິບໍດີ ປະຈໍາກະຊວງ ແຜນການ ແລະ ການ ລົງທຶນ ໄດ້ ອະທິບາຍວ່າ: ເພາະວ່າ ຄັນເບິ່ງຕາມ ແຜນການ ແມ່ນຢາກໃຫ້ ໄດ້ລະດັບ ບໍ່ຕໍ່າກວ່າ 600ລ້ານໂດລາ ສະຫະຣັຖ, ປະເທດລາວ ກໍມີການ ລະດົມ ຄວາມຄິດເຫັນ ຫລາຍພາກສ່ວນ ເພື່ອໃຫ້ຊອກຫາ ວິທີທາງອອກ ວ່າເຮັດແນວໃດ ຈະສາມາດ ລະດົມທຶນ ນັ້ນມາໃຫ້ໄ ດ້ຫລາຍຕາມ ຄາດໝາຍຫັ້ນ ຫລາຍໆ ກະຊວງຈະ ໄດ້ຮັບເງິນ ຈາກງົບປະມານ ນີ້ເຊັ່ນ ໂຍທາ ແລະ ຂົນສົ່ງ, ສາທາຣະນະສຸຂ, ກະສິກັມ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຫ່. ເມື່ອປີ 2007/2008 ຣັຖບານລາວ ໄດ້ຮັບເງິນ ຊ່ອຍເຫລືອ ບໍລິຈາກ ຫລື ເງິນກູ້ຢືມ ທັງໝົດ 248 ລ້ານໂດລາ ສະຫະຣັຖ ຈາກສະຖາບັນ ການເງິນນາໆຊາດ ເພື່ອໃຊ້ໃນ ໂຄງການ ພັດທະນາ 95ໂຄງການ ທົ່ວປະເທດ.