ສະຫະພາບ ຢູໂຣປໃຫ້ທຶນ ຊ່ວຍເຫລືອລາວ

ສະຫະພາບ ຢູໂຣປໃຫ້ທຶນ ກາຣຊ່ວຍເຫລືອ ເພື່ອປັບປຸງ ດ້ານບໍຣິຫາຣ ວຽກງານໃນລາວ

ທາງກາຣ ສະຫະພາບ ຢູໂຣປ ເຫັນພ້ອມໃຫ້ ທຶນກາຣຊ່ວຍ ເຫລືອມູລຄ່າ ທັງໝົດກວ່າ 17ຕື້ກີບ ຫລືປະມານ 1.6 ລ້ານຢູໂຣ ໃຫ້ແກ່ທາງ ກາຣ ສປປລາວ ເພື່ອປັບປຸງ ດ້ານບໍຣິຫາຣ ວຽກງານໃຫ້ ເປັນທັມໂປ່ງໃສ ແລະສເມີພາບ ຊື່ງພິທີກາຣ ລົງນາມໃນ ຂໍ້ສັນຍາ ໄດ້ຈັດຂື້ນ ຢູ່ກະຊວງ ແຜນຜັງແລະ ກາຣລົງທຶນ ຣະຫວ່າງ ທ່ານສົມຈີຕ ອິນທະມິຕ ແລະທ່ານ Henri Prankerd ເຈົ້າໜ້າທີ່ ສະຖານທູຕ ສະຫະພາບ ຢູໂຣປປະຈຳລາວ ໃນມື້ວັນທີ່ 26 ມົກຣານີ້.

ທາງໜັງສືພີມ ວຽງຈັນໄທມສ໌ແຈ້ງວ່າ: ທາງສະຫະ ພາບຢູໂຣປ ພ້ອມກັບອົງ ກາຣພັທນາ ສະຫະຊາຊາຕຫລື UNDP ໄດ້ຮ່ວມໃຫ້ ກາຣຊ່ວຍເຫລືອ ທາງກາຣລາວ ເພື່ອປັບປຸງດ້ານ ບໍຣິຫາຣ ແບບໂປ່ງໃສ ແລະປະຕິບັຕ ຕາມກົດໝາຍສາກົລ ແລະວ່າໂຄງກາຣ ທຳອີດແມ່ນ ເພື່ອປັບປຸງດ້ານ ບໍຣິຫາຣ ໃນສະພາ ແຫ່ງຊາຕຂອງລາວ ໃນມູລຄ່າ ທັງໝົດບໍ່ ຕໍ່າກວ່າ 25 ຕື້ກີບຫລືປະ ມານ 2.3 ລ້ານຢູໂຣ ໂດຽແມ່ນທາງ ສະຫະພາບ ຢູໂຣປ ມີກຳໜົດ ອອກຊ່ວຍກວ່າ 12 ຕື້ກີບ.

ນອກຈາກນັ້ນ ຍັງມີໂຄງ ກາຣສົ່ງເສີມ ດ້ານປັບປຸງ ທາງກົດໝາຍ ໃຫ້ເປັນແບບ ສາກົລທີ່ ຈະຕົກເປັນ ມູລຄ່າກວ່າ 10 ຕື້ກີບ ແລະທາງ ສະຫະພາບຢູໂຣປ ມີສ່ວນໃຫ້ ກາຣຊ່ວຍເຫລືອ ຕື່ມອີກກວ່າ 5 ຕື້ກີບ ຫລືປະມານ 5 ແສນຢູໂຣ.

ເຖີງຢ່າງໃດ ກໍຕາມ ໂຄງກາຣເພື່ອ ກາຣປະຕິບັຕ ຕາມກົດໝາຍ ສາກົລ ໄດ້ຣີເຣີ່ມ ແຕ່ປີ 2002 ເປັນຕົ້ນມາ ເພື່ອສົ່ງເສີມ ໃຫ້ ສປປລາວ ສາມາດຫລຸດ ພົ້ນອອກ ຈາກກາຣເປັນ ປະເທສດ້ອຍ ພັທນາໃຫ້ໄດ້ ພາຍໃນປີ 2020 ທີ່ຈະມາເຖີງນີ້






2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org