ສປປລາວ-ສປຈີນ ຢືນຢັນຜູກສັມພັນ
ຜູ້ນໍາ ສປປລາວ ແລະ ສປຈີນ ຕ່າງກໍຢືນຢັນ ເສີມສ້າງສາຍ ກາຣພົວພັນ ຣະຫວ່າງ ສອງປະເທສ ແລະ ພັກຄອມມີວນິສ ຂອງສອງຝ່າຍ ໃຫ້ແໜ້ນແຟ້ນ ກວ່າເກົ່າ.
-
ຫວາດ ສີມູນ
2010-06-11 -
-
-
Your browser doesn’t support HTML5 audio
ກາຣໃຫ້ຄຳໝັ້ນ ສັນຍາ ດັ່ງກ່າວມີຂຶ້ນ ຣະຫວ່າງກາຣຢ້ຽມຢາມ ກຸງປັກກິ່ງ ຂອງທ່ານສມານ ວິຍະເກຕ ສະມາຊິກ ກົມກາຣເມືອງ ສູນກາງ ພັກປະຊາຊົນ ປະຕິວັຕລາວ ໃນມື້ວັນພຣະຫັດ ທີ່ 10 ມີຖຸນານີ້ ກັບທ່ານ Wu Bangguo ສະມາຊິກ ສະພາ ນິຕິບັນຍັຕ ແລະທ່ານ Liu Yandong ສະມາຊິກສະພາ ຂອງຣັຖບາລ ສປຈີນ.
ທ່ານ Wu Bangguo ທີ່ເປັນປະທານ ສະພານຳດ້ວຍນັ້ນ ໄດ້ກ່າວເນັ້ນວ່າ ກາຣເພີ່ມຂຍາຍ ດ້ານກາຣຮ່ວມມື ຂອງຣັຖບາລ ສອງຝ່າຍ ເປັນສິ່ງສຳຄັນ ແລະມີຄວາມ ຄືບໜ້າຕລອດ ມາເປັນຢ່າງດີ ທັງດ້ານກາຣເມືອງ ແລະເສຖກິຈ. ໃນຂນະດຽວກັນ ຜູ້ນຳທາງກາຣຈີນ ກໍໄດ້ສເນີໃຫ້ ມີກາຣຮ່ວມມື ດ້ານກາຣຢ້ຽມຢາມ ຂອງເຈົ້າໜ້າທີ່ ຂອງສອງຝ່າຍ ໃຫ້ມີຫລາຍ ເພີ່ມຂຶ້ນ. ພ້ອມດຽວກັນນັ້ນ ທ່ານສມານ ກໍສະແດງຄວາມ ພາກພູມໃຈທີ່ ທາງກາຣສປຈີນ ໃຫ້ຄວາມຮ່ວມມື ແລະຊ່ວຍເຫລືອ ທາງກາຣ ສປປລາວ ຕລອດມາ.
ຢ່າງໃດກໍຕາມ ໃນປັຈຈຸບັນນີ້ ສປຈີນ ບໍ່ແມ່ນແຕ່ເປັນ ຜູ້ໃຫ້ທຶນກາຣ ຊ່ວຍເຫລືອທີ່ສຳຄັນ ແກ່ລາວເທົ່ານັ້ນ ຍັງເປັນປະເທສ ທີ່ມີກາຣລົງທຶນ ຢ່າງຫລວງຫລາຍ ໃນໂຄງກາຣ ພັທນາຕ່າງໆ ໃນລາວນຳດ້ວຍ.