ຄນະຜູ້ແທນ ພັກຄອມມູຍນິສຈີນ ຢ້ຽມຢາມລາວ

ໃນວັນອັງຄານ ນີ້ ຄນະຜູ້ແທນ ພັກຄອມມູຍນິສຈີນ ໄດ້ອອກຈາກ ນະຄອນຂຸນໝິງ ເມືອງເອກຂອງ ແຂວງຢຸນນານ ພາກຕະເວັນຕົກ ສ່ຽງໃຕ້ ຂອງປະເທດຈີນ ເພື່ອເດີນທາງ ມາຢ້ຽມຢາມ ສປປລາວ ຈາກວັນທີ 24 ຫາ 27 ສິງຫາ.

ຄນະຜູ້ແທນຈີນ ນໍາພາໂດຍທ່ານ Long Xinmin ຮອງອະທິບໍດີ ສູນຄົ້ນຄວ້າ ປວັດສາດ ຂອງພັກ ປະຈໍາສູນກາງ ພັກຄອມມູຍນິສຈີນ ເດີນທາງມາ ຢ້ຽມຢາມ ສປປລາວ ຕາມການເຊື້ອເຊີນ ຂອງ ພັກປະຊາຊົນ ປະຕິວັດລາວ  ຕາມລາຍງານ ຂອງອົງການຂ່າວ ຊິນຫົວຂອງຈີນ.

ຄວາມສໍາພັນ ລະຫ່ວາງ ສປປລາວກັບຈີນ ເມື່ອປະມານ 3-4 ປີ ມານີ້ໄດ້ ກ້າວຂື້ນສູ່ ລະດັບສູງນັບ ແຕ່ສອງປະເທດ ໄດ້ລົງນາມສັນຍາ ການຮ່ວມມືກັນ ຢ່າງຮອບດ້ານ ຫລັງຈາກທີ່ ຜູ້ນໍາຂອງຈີນ ຮ່ວມທັງ ທ່ານ ຮູຈິນ ຕາວ ປະທານ ປະເທດຈີນ ແລະທ່ານ Wen Jia bao ນາຍົກ ຣັຖມົນຕຣີ ຈີນ ໄດ້ຢ້ຽມຢາມລາວ ເມື່ອຫລາຍປີ ມານີ້.

ແຕ່ນັ້ນມາ ສອງປະເທດໄດ້ ແລກປ່ຽນການ ຢ້ຽມຢາມ ຂອງເຈົ້າໜ້າທີ່ ພັກແລະຣັຖ ໃນທຸກລະດັບ. ລະຫ່ວາງ ວັນທີ 15-16 ມີຖຸນາ ຜ່ານມາຮອງ ປະທານ ປະເທດຈີນ ທ່ານ xi jinping ກໍໄດ້ເດີນທາງ ມາຢ້ຽມຢາມລາວ ແລະໄດ້ເປັນ ສັກຂີພະຍານ ໃນການລົງນາມ ຂໍ້ຕົກລົງ ການຮ່ວມມື ກັນຫລາຍສະບັບ. ທາງການຈີນວ່າ ຈີນໄດ້ເປັນ ອັນດັບສອງ ໃນການລົງທືນ ໃນສປປລາວ ໂດຍມາກແມ່ນ ລົງທືນ ດ້ານແຮ່ທາດ ແລະ ພະລັງງານ ໄຟຟ້າ ນອກນັ້ນກໍແມ່ນ ການກະເສຕ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org