ກອງປະຊຸມສຸດຍອດ ຜູ້ນຳຂອງປະເທດ ໃນອານຸພູມີພາກ ແມ່ນ້ຳຂອງ ຫລື GMS ອາດເປັນໂອກາດ ເປີດໃຫ້ມີ ການປະເມີນຜົນ ລະຫ່ວາງ ຜົນໄດ້ແລະຜົນສະທ້ອນ ທີ່ໄດ້ຮັບຈາກໂຄງການ ການລວມຕົວ ຂອງອານຸພູມີພາກ


2008.03.07

ກອງປະຊຸມສຸດຍອດຜູນຳ ຂອງປະເທດ ໃນອານຸພູມີພາກ ແມ່ນ້ຳຂອງ ຫລື GMS ທີ່ນະຄອນ ຫລວງວຽງຈັນ ໃນທ້າຍເດືອນມິນານີ້ ອາດເປັນໂອກາດ ເປີດໃຫ້ມີ ການປະເມີນຜົນ ລະຫ່ວາງ ຜົນໄດ້ແລະຜົນສະທ້ອນ ທີ່ໄດ້ຮັບຈາກໂຄງການ ການ ລວມຕົວ ຂອງອານຸພູມີພາ ກກໍເປັນໄດ້. ຕາມຄວາມເຫັນ ຂອງນັກວິເຄາະ ທ່ານ Johanna Son ທີ່ລົງໃນໜັງສືພິມ ipsnews ທີ່ບາງກອກ. ຄຳແຈ້ງການຂອງ ທະນາຄານພັດທະນາເອເຊັ ຽໃນຖານະ ເປັນຜູ້ໃຫ້ຄວາມສະດວກສະບາຍ ໃນການຈັດກອງປະຊຸມ ສຸດຍອດນີ້ຂື້ນແຈ້ງວ່າ ຜູ້ນຳຈາກ 6 ປະເທດໃ ນອານຸພູມີ ພາກແມ່ນ້ຳຂອງຄື ຈີນ ກຳພູຊາ ໄທ ວຽດນາມ ສປປ ລາວ ແລະ ພະມ້າ ຈະ ພົປະຫາລືກັນ ຢູ່ທີ່ນະຄອນຫລວງວຽງຈັນ ໃນ ວັນທີ 30-31 ມິນາ ນີ້ເພື່ອສົນທະນາ ກັນກ່ຽວກັບ ຜົນຄືບໜ້າ ແລະທິດທາງໃໝ່ ຂອງການຮ່ວມມືຂອງ GMS ໃນຈຸດ ປະສົງ ທີ່ແນໃສ່ການບັນລຸ ທັດສະນະວິໄສ ໃນການຮວມຕົວເຂົ້າກັນ ແບບລາບລື້ນ ແລະຍືນຍົງ.

ທະນາຄານ ພັດທະນາ ເປັນຜູ້ປະກອບ ທຶນການຊ່ວຍເຫລືອ ແກ່ ໂຄງການ ການຮ່ວມມືອານຸພູມີພາກ ແມ່ນ້ຳຂອງ ລວມແລ້ວ 15 ປີກ່ວາໆ ນັບຕັ້ງແຕ່ໂຄງການ ນີ້ໄດ້ເລີ້ມຂື້ນໃນປີ 1992. ຕົວເລກ ຂອງທະນາຄານ ພັດທະນາເອເຊັຽວ່າ ການຮ່ວມມືໃນໂຄງການດັ່ງກ່າວ ເຮັດໃຫ້ປະເທດ ເລົ່ານີ້ ເຊື່ອມຕໍ່ກັນທາງດ້ານ ການຄົມະນາຄົມ ແລະການຄ້າຫລາຍຂື້ນ.

ການສົ່ງອອກ ສິນຄ້າເພີ້ມຂື້ນ 400% ຈາກປີ 1992-2006 ແລະການຄ້າ ລະຫ່ວາງ ພູມີພາກເພີ້ມຂື້ນ 15%. ຈາກປີ 1990 ຫາປີ 2003 ຄວາມຍາກຈົນໃນ ກຳພູຊາໄດ້ຫລຸດລົງ 46% ມາເປັນ 36%. ຄວາມຍາກຈົນໃນລາວໄດ້ ຫລຸດລົງຈາກ 53% ມາເປັນ 29%, ໃນວຽດນາມ ຈາກ 51% ລົງມາເປັນ ຕໍ່າກ່ວາ 10%. ຝ່າຍຕຳນິໃຫ້ເຫດຜົນວ່າ ໂຄງການຮວມຕົວເຂົ້າກັນ ຂອງ GMS ສຸມໃສ່ໂຄງລ່າງຂະນາດໜັກຫລາຍໂພດ ແລະວ່າປະເທດເລົ່ານີ້ຕ້ອງ ສູນເສັຽຫລາຍຢ່າງທີ່ເກີດຈາກຜົນກະທົບທາງດ້າສັງຄົມ-ສິ່ງແວດລ້ອມຊຶ່ງປະເທດ ທີ່ພັດທະນານ້ອຍທີ່ສຸດກຳລັງມີບັນຫາຢູ່ໃນປັດຈຸບັນ. ນີ້ເປັນພຽງສ່ວນນຶ່ງຂອງ ຄວາມເຫັນຂອງ ທ່ານ Johanna ນັກວິເຄາະເສຖະກິດ-ສັງຄົມທີ່ບາງກອກ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.