ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ


2008.01.08

ລາວ ແລະວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ ຂຶ່ງຈະເປັນທາງຣົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ ອອກໄປຫາແຂວງກັ່ງບິ່ນ ຂອງວຽດນາມ.

ທ່ານ ສອນສັກ ນໍຍານຊະນະ ຮອງຜູ້ອຳນວຍການ ອົງການທາງຣົດໄຟລາວ ກ່າວວ່າ ການສຳຣວດ ຄວາມເປັນໄປໄດ້ ໃນການສ້າງທາງຣົດໄຟສາຍນີ້ ຄາດວ່າຈະສຳເຣັດ ພາຍໃນສິບເດືອນຂ້າງໜ້າ ແລະຫລັງຈາກນັ້ນ ສອງປະເທດ ລາວ ແລະວຽດນາມ ຈະລົງມື້ເບື້ອງຕົ້ນ ສ້າງທາງຣົດໄຟ ຣະຫວ່າງກັນເສັ້ນນີ້ ຊຶ່ງຈະມີຄວາມຍາວ ປະມານ 150 ກິໂລແມັດ ແລະຈະຕ້ອງການເງິນທຶນ ສ້າງເຖິງ 350 ລ້ານ ດ່ອນລ່າສະຫະຣັຖ.

ທ່ານ ສອນສັກ ອະທິບາຍວ່າ ການສ້າງທາງຣົດໄຟສາຍນີ້ ຕ້ອງການເງິນທຶນຫລາຍ ເພາະເປັນເສັ້ນທາງ ຕັດໄປຕາມພູຜາປ່າໄມ້. ກ່ອນນີ້ມີຂ່າວວ່າ ໂຄງການສ້າງທາງຣົດໄຟສາຍນີ້ ຈະຕ້ອງການເງິນທຶນເຖິງ 450 ລ້ານ ດອນລ້າສະຫະຣັຖ.

ທ່ານ ສອນສັກ ກ່າວອີກວ່າ ການລົງທຶນ ສ້າງໃນເບື້ອງຕົ້ນ ແມ່ນວຽດນາມ ເປັນຜູ້ອອກທຶນ ແຕ່ຝ່າຍດຽວ. ຫລັງຈາກສ້າງສຳເຣັດ ສອງປະເທດ ຈະເອີ້ນທາງຣົດໄຟ ເສັ້ນນີ້ວ່າ ທາງຣົດໄຟມິດ ຕະພາບລາວ-ວຽດນາມ ຊຶ່ງເປັນສ່ວນນຶ່ງ ຂອງໂຄງການສ້າງທາງຣົດໄຟ ໃນເຂດອ່າງແມ່ນ້ຳຂອງ ແລະເສັ້ນເອເຊັຍ ຊຶ່ງເນັ່ງຈາກສິງກະໂປ ຂື້ນໄປ ເຖິງເມືອງຂຸນມິ່ງ ເມືອງ ຫລວງຂອງແຂວງຢູນ່ານຂອງຈີນ.

ຢູ່ໃນເຂດອ້ອມແອ້ມ ເມືອງທ່າແຂກນັ້ນ ຝຣັ່ງເສດໄດ້ສ້າງທາງຣົດໄຟ ໄວ້ແດ່ແລ້ວ. ແລະການສ້າງທາງຣົດໄຟໄໝ່ ກໍອາດຈະປັບປຸງ ແລະສ້າງຕໍ່ຈາກທາງເສັ້ນນີ້ ອອກໄປຫາວຽດນາມ.

ອາວະຣີ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.