ທາງກາຣ ແຂວງຜົ້ງສາລີ ສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນໃບຊາ ເພື່ອສົ່ງອອກຂາຍໄປຈີນ ແລະມາເລເຊັຽ


2008.03.12

ເຈົ້າໜ້າທີ່ຫ້ອງກາຣ ແຜນກາຣລົງທຶນ ແຂວງຜົ້ງສາລີ ສົ່ງເສີມ ໃຫ້ປະຊາຊົນພາຍ ໃນແຂວງ ໂດຽສະເພາະ ພວກທີ່ບໍ່ມີເນື້ອທີ່ດິນ ເປັນຂອງຕົນເອງ ໃຫ້ໄປເຊົ່າທີ່ດີນກັບ ທາງຣັຖບາລ ເພື່ອລົງທຶນປູກຕົ້ນໃບຊາ ເພື່ອສົ່ງຂາຍເຂົ້າສູ່ຕລາດ ໃນຕ່າງປະເທດ.

(ສຽງ) "“ບາງຄົນກໍປູກພືຊ ເປັນຊາຂຽວ ແລ້ວກໍເອົາມາຂາຍ ແລ້ວໄປຊື້ເຂົ້າກິນ ເພາະສ່ວນຫລາຍ ປະຊາຊົນບໍ່ມີນາ."

ເຈົ້າໜ້າທີ່ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ໃນປັຈຈຸບັນນີ ້ໃບຊາລາວ ເປັນທີ່ນິຍົມກັນໃນ ຕ່າງປະເທດ ເຖີງຂັ້ນມີນັກລົງທຶນ ຈາກປະເທດຈີນ ແລະມາເລເຊັຽ ໄດ້ເຂົ້າມາຕັ້ງໂຮງ ງານຜລິຕ ແລະຮັບຊື້ຢູ່ ໃນແຂວງຜົ້ງສາລີເອງ ແລະກໍມີປະຊາຊົນ ຜູ້ມີທີ່ດິນກໍພາກັນ ປູກແລະສາມາດຕິດຕ ໍ່ກັບພວກນາຍທຶນ ຜູ້ຮັບຊື້ ໃຫ້ເຂົ້າມາກ້າເບັ້ຽພັນໃຫ້ໄດ້. ສ່ວນພວກທີ່ບໍ່ມີເນື້ອດິນ ກໍສາມາດຕິດຕໍ່ ກັບຫົວໜ້າໜ່ວຍ ງານເພື່ອເຊົ່າທີ່ດິນນຳທາງຣັຖ ບາລໃນຣາຄາຖືກຕາມໂຄງກາຣ ເພື່ອສົ່ງເສີມດ້ານພັທນາ ເສຖກິຈໂດຽທົ່ວໄປ.

ເຈົ້າໜ້າທີ່ໄດ້ເນັ້ນອີກວ່າ: ນອກຈາກ ດ້ານກາຣປູກຕົ້ນໃບຊາ ແລ້ວທາງກາຣກ່ຽວ ຂ້ອງຍັງໄດ້ສນັບສນູນ ປະຊາຊົນໃຫ້ປູກຕົ້ນກາເຟ ຕົ້ນຢາພາຣາ ຕົ້ນຢູຄາລິປຕັສ ແລະລ້ຽງສັຕ ຊື່ງຖືເປັນເສຖກິຈ ທີ່ຈະຊ່ວຍ ໃຫ້ປະຊາຊົນ ມີຣາຍໄດ້ແບບຍືນຍົງຕໍ່ໆໄປ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.