ໂຄງກາຣດູດນ້ຳຂອງ ໄປໃຊ້ເປັນທາງເລືອກ ອັນໜື່ງຂອງໄທຽ ທີ່ຈະຕ້ອງພິຈາຣະນາ ຢ່າງຖີ່ຖ້ວນ ວ່າຈະກຸ້ມຄ່າ ຫລືບໍ ແລະຕ້ອງໄດ້ຫາຣື ກັບປະເທດເພື່ອນບ້ານ ນຳດ້ວຍ
2008.03.04
ທາງສະພາທີ່ປຶກສາ ເສຖກິຈ ແລະສັງຄົມ ແຫ່ງຊາຕຂອງໄທຽ ໄດ້ຈັດກອງປະຊຸມຂື້ນ ໃນມື້ວັນຈັນນີ້ ເພື່ອພິຈາຣະນາຫາຣື ກ່ຽວກັບ ໂຄງກາຣດູດເອົານ້ຳຂອງ ຂື້ນໄປໃຊ້ສຳ ຫລັບກາຣພັທນາກະສິກັມ ໃນເຂຕພາຄອີສານ ດັ່ງທີ່ທ່ານສຣາວຸທ ຊີວະປຣະເສີດ ຜູ້ອຳນວຍກາຣ ສ່ວນນະໂຍບາຍ ແລະ ແຜນກົມຊັພຍາກອນ ນ້ຳຂອງໄທຽ ໄດ້ກ່າວໃນ ຕອນໜື່ງວ່າ:
ສຽງ) “ສັກຍະພາບທີ່ຈະໄດ້ມານັ້ນ ກໍຈະແມ່ນກາຣໄດ້ພື້ນທີ່ ສຳຫລັບ ກາຣປູກເຂົ້າຕື່ມອີກພຽງ 5 ລ້ານໄຮ່ເທົ່ານັ້ນ ຊື່ງທາງເລືອກ ໃນກາຣພັທນາ ຍັງມີອີກຫລາຍຢ່າງ ແລະຢູ່ ໃນຂໍ້ຕົກລົງນັ້ນ ຖ້າວ່າຈະດູດເອົານ້ຳ ຈາກແມ່ນ້ຳໃຫ່ຍ ໃນຣະດູແລ້ງ ກໍຕ້ອງໄດ້ຫາຣື ກັບປະເທດເພື່ອນບ້ານ ເສັຽ ກ່ອນ ໂດຽສະເພາະ ຖ້າສາມາດູດນ້ຳມາໃຊ້ ໄດ້ພຽງສ່ວນນ້ອຍນັ້ນ ກໍອາຈບໍ່ກ້ມຄ່າຈື່ງຕ້ອງໄດ້ມີກາຣທົບທວນ ເບີ່ງຄືນຕື່ມອີກ.”
ພ້ອມດຽວກັນນີ້ ທາງພວກຕາງໜ້າ ປະຊາຊົນທີ່ເຂົ້າຮ່ວມ ກອງປະຊຸມ ກໍໃຫ້ຄຳເຫັນ ວ່າ: ທາງພາຄຣັຖ ຄວນຈະໃຫ້ຄວາມສຳຄັນ ຕໍ່ກາຣພັທນາ ແລະແກ້ບັນຫາໃນກາຣນຳ ເອົານ້ຳໄປໃຊ້ ໃຫ້ມີປະສິທທິພາບ ແລະອີກຢ່າງໜື່ງ ແມ່ນ້ຳຂອງ ກໍຖືເປັນແມ່ນ້ຳນາໆ ຊາຕ ສະນັ້ນທາງກາຣກ່ຽວຂ້ອງ ກໍຕ້ອງໄດ້ຄຳນືງ ເຖີງຜົລກະທົບເຊັ່ນກັນ. ກ່ຽວກັບ ເຣື່ອງນີ້ທ່ານ ຊັຍຍຸທສຸຂສຣີ ຊື່ງເປັນໜື່ງໃນຄະນະກັມກາຣ ແມ່ນ້ຳຂອງ ແຫ່ງຊາຕ ຂອງໄທຽກໍໃຫ້ຄຳເຫັນວ່າ:
ສຽງ) ”ໃນຂອບຂອງແມ່ນ້ຳຂອງ ນັ້ນໄດ້ສ້າງໄວ້ ເພື່ອຄວາມຮ່ວມມື ແລະກໍບໍ່ໄດ້ມີກາຣຂຽນໄວ້ ໃຫ້ເປັນກົດເກນ ສຳຫລັບກາຣພັທນາ ແຕ່ປະກາຣໃດ ແຕ່ວ່າຖ້າ ຈະດຳເນີນ ປະຕິບັຕຕາມ ແຜນຫລືບໍ່ນັ້ນ ກໍເປັນສິທທິ ຂອງປະເທດ ແຕ່ກໍຕ້ອງໄດ້ຮັບຜິດຊອບ ຮ້ອຍເປີເຊັນ”
ເຖີງຢ່າງໃດກໍຕາມ ໂຄງກາຣພັທນາ . ຕາມແມ່ນ້ຳຂອງ ໃນບັນດາປະເທດ ເຂຕລຸ່ມແມ່ນ້ຳຂອງດັ່ງ ກ່າວຈະມີຫລາຍເພີ່ມຂື້ນ ໃນອະນາຄົດຊື່ງທາງກາຣ ສປປລາວ ປັຈຈຸບັນນີ້ກໍມີກາຣສຶກສາ ທີ່ຈະສ້າງ ເຂື່ອນໃສ່ແມ່ນ້ຳຂອງບໍ່ຕໍ່າກວ່າ 6 ແຫ່ງທີ່ສົມຄວນ ຕ້ອງໄດ້ຕົກລົງກັບປະເທດ ເພື່ອນບ້ານເຊັ່ນກັນ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຄວາມຖີ່ຂອງແຜ່ນດິນໃຫວ ທີ່ເກີດຂື້ນ ໃນພາກເໜືອ ຂອງລາວ ອາດສົ່ງຜົນກະທົບ ຕໍ່ ການສ້າງເຂື່ອນ ໃນອານາຄົດ
- ໄທ ຈະສືບຕໍ່ໄຫ້ການຊ່ວຍເຫລືອ ແລະລົງທຶນ ໃນສປປລາວ ຄ່ຽງຄູ່ກັນໄປ
- ໂຣກຄວາມກົດດັນ ຫລືວ່າໂຣກຄວາມຄຽດ ທີ່ເກີດຂື້ນ ໃນໝູ່ຄົນລາວ ອາດກາຍ ເປັນບັນຫາໃຫ່ຽ ໃນອານາຄົດຕໍ່ໄປ
- ການຈັດສໍາມະນາ ເລື່ອງການຮ່ວມມື ດ້ານ Logistic ແລະ ການຄ້າ ໃນກຸ່ມອະນຸພູມີພາກ ແມ່ນໍ້າຂອງ ທີ່ ແຂວງຊຽງຮາຍ
- ສປປລາວ ລົງນາມໃນສັນຍາ ເພື່ອໃຫ້ບໍຣິສັທ ອີຕາລຽນ-ໄທຽ ປັບປຸງສນາມບິນ ເມືອງປາກເຊ ແຂວງຈຳປາສັກ
- ໂຄງກາຣສ້າງອຸໂມງ ຫລືທໍ່ທາງພື້ນດິນ ເພື່ອສູບນ້ຳ ຈາກແມ່ນ້ຳຂອງ ຂື້ນມາໃຊ້ ຂອງທາງກາຣໄທຽ ອາຈຈະສົ່ງຜົລກະທົບ ຕໍ່ທຸຣະກິຈກາຣຄ້າ ກັບປະເທດ ເພື່ອນບ້ານ
- ມີຜູ້ເຄາະຮ້າຍ ຈາກຣະເບີດບໍ່ທັນແຕກ 3ຄົນໃນຣະຫວ່າງເດືອນກຸມພານີ້ ທີ່ແຂວງຊຽງຂວາງ ຊຶ່ງສາເຫດ ມາຈາກ ການເກັບເສດເຫລັກ ເພື່ອໄປຂາຍເໝືອນເດີມ
- ໂຮງຮຽນສຶກສາສົງ ໃນແຂວງໄຊຍະບູລີຂອງລາວ ມີນະໂຍບາຍໃຫ້ທຶນການສຶກສາ ແກ່ເດັກນ້ອຍ ທີ່ຍາກຈົນ
- ທາງການທະຫານໄທ ຢືນຢັນວ່າ ການສົ່ງຊາວມົ້ງລາວ ທັງ 11 ຄົນ ກັບປະເທດລາວ ເປັນຄວາມ ສະມັກໃຈ ຂອງຜູ້ກ່ຽວ-ບໍ່ມີການບີບບັງຄັບ
- ສູນສິ່ງພິມຕ່າງໆຂອງລາວ ຍັງບໍ່ສາມາດ ຄວບຄຸມ ການແຜ່ລະບາດ ຂອງການປອມແປງ ວີຊີດີພາບພະຍົນ ແລະວີຊີດີເພລງໄດ້