ໄທ ເຣີ້ມ ສຶກສາ ຄວາມເປັນໄປໄດ້ ໃນການສ້າງ ໂຮງພະລັງງານໄຟຟ້າ ນິວຄະເລັຍ


2008.02.04

ໄທ ເຣີ້ມໂຄງການ ສຶກສາຄວາມເປັນໄປໄດ້ ເປັນເວລາ 3 ປີ ເພື່ອຕັດສິນໃຈ ຖ້າຫາວ່າ ປະເທດໄທ ຄວນ ສ້າງໂຮງງານ ຜລິດໄຟຟ້າ ດ້ວຍນິວຄະເລັຍ ຫລືບໍ່ ເພື່ອຕອບສນອງ ຄວາມຕ້ອງການ ທາງດ້ານພະລັງງານ ໄຟຟ້າ ທີ່ຈໍາເປັນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ພະລັງງານ ຣະດັບສູງ ຂອງໄທ ໃນມື້ວັນສຸກນີ້.

ທ່ານ ກອບ ກຣິຕະຢະກິຣານາ, ທີ່ປຶກສາ ໂຄງການ ເວົ້າວ່າ: ການສຶກສາ, ຊຶ່ງຈະໃຊ້ ງົປມານ 1 ພັນ 8 ຮ້ອຍລ້ານບາດ, ຈະຮວມທັງ ການສໍາຣວດ ສະຖານທີ່ ທີ່ເໝາະສົມ, ການພັທນາ ຣະບົບຄວາມປອດພັຍ ແລະ ອອກເຄື່ອນໄຫວ ໃຫ້ຄວາມຮູ້ ແກ່ປະຊາຊົນ.

ການຄົ້ນຄ້ວາ ພວມດໍາເນີນໄປ ໂດຍ ຫ້ອງການ ພັທນາໂຄງການ ພະລັງງານ ນິວຄະເລັຍ, ກະຊວງພະລັງງານ ໄດ້ເປີດ ຢ່າງເປັນທາງການ ໃນວັນພະຫັດ ຜ່ານມາ.

ຖ້າຫາກວ່າ ຣັຖບານ ຊຸດໃໝ່ ເຫັນດີນໍາ ແຜນການດັ່ງກ່າວ ການກໍ່ສ້າງ ໂຮງງານໄຟຟ້າ ນິວຄະເລັຍ ອາດເຣີ້ມຂຶ້ນ ພາຍໃນ ປີ 2014.

ເມື່ອບໍ່ນານມານີ້ ພະລັງງານ ນິວຄະເລັຍ ໄດ້ຮັບການສນັບສນູນ ຈາກ ພາກສ່ວນ ທຸຣະກິດ ແລະ ອຸດສາຫະກັມ ຂອງໄທ, ຊຶ່ງຫລິງເຫັນ ພະລັງງານ ດັ່ງກ່າວ ເປັນແຫລ່ງພະລັງງານ ທີ່ເພິ່ງພາໄດ້ ພາຍໃນປະເທດ. ໄທ ຊື້ພະລັງງານ ທີ່ຈໍາເປັນ ສ່ວນຫລາຍ ຈາກຕ່າງປະເທດ, ຊຶ່ງເຮັດໃຫ້ ຣາຄາ ດ້ານພະລັງງານ ສູງຂຶ້ນ.

ທ່ານ ປີຍະສວັດ ອັມມະຣານັນ, ອະດີດ ຣັຖມົນຕຣີ ພະລັງງານ ຂອງຄະນະຣັຖບານ ທະຫານ, ມີຄວາມຕັ້ງໃຈ ຢາກສົ່ງເສີມ ພະລັງງານ ນິວຄະເລັຍ.

ປັດຈຸບັນ, ໄທ ອີງໃສ່ ແກັດທັມມະຊາດ 2 ສ່ວນ 3 ຂອງການຜລິດໄຟຟ້າ. ສ່ວນ ທີ່ເຫລືອ ສ່ວນໃຫຍ່ ມາຈາກ ຖ່ານຫີນ ແລະ ໄຟຟ້າ ຈາກເຂື່ອນ. ຄວາມຕ້ອງການ ດ້ານພະລັງງານ ມີສູງກ່ວາ ຄວາມສາມາດ ທີ່ປະເທດໄທ ຜລິດໄດ້, ດັ່ງນັ້ນ ຈຶ່ງເຮັດໃຫ້ໄທ ຕ້ອງຊື້ ໄຟຟ້າ ຈາກ ປະເທດລາວ ແລະ ມະເລເຊັຍ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.