ນັກ ທຸຣະກິດໄທ ທີ່ສົ່ງສິນຄ້າ ໄປລາວ ມີຄວາມເປັນຫ່ວງ ໃນຂະນະທີ່ ສິນຄ້າຈີນ ກໍາລັງຕີຕລາດ ໃນສປປລາວ
2008.02.25
ສະຖານະການ ການສົ່ງສິນຄ້າ ເຂົ້າ-ອອກ ຣະຫວ່າງ ລາວ-ໄທ ໃນເຂດຊາຍແດນ ບໍ່ແກ້ວ ແລະ ຊຽງຂອງ, ໃນຂະນະນີ້, ສິນຄ້າຫລາຍຢ່າງ ຈາກໄທ ຂຶ້ນຣາຄາ, ເຮັດໃຫ້ ຕົ້ນທຶນໃນການສົ່ງອອກ ໄປຂາຍໃນລາວ ເພີ້ມຂຶ້ນ ໄປຕາມໆກັນ, ຈຶ່ງເຮັດໃຫ້ ຊາວລາວ ຫັນໄປຊື້ ສິນຄ້າ ຂອງຈີນ ເພີ້ມຂຶ້ນ ເພາະ ຣາຄາຖືກກ່ວາ, ອີງຕາມ ຄໍາເວົ້າ ຂອງທ່ານ ປະສິດ ພົມສຸຣັດ, ພໍ່ຄ້າເຄື່ອງອຸປໂພກ ສົ່ງອອກ ຈາກເມືອງຊຽງຂອງ ຂອງໄທ. ທ່ານ ກ່າວວ່າ:
(ສຽງ)" ຍອດການຄ້າ ການສົ່ງອອກຕົກໄປຫລາຍ ເພາະເບິ່ງແລ້ວ ໃນເວລານີ້ ສິນຄ້າ ຈາກຈີນ ຍັງຄອງຕລາດ ໃນລາວ ເພີ້ມຂຶ້ນເລື້ອຍໆ. ສ່ວນສິນຄ້າໄທ ຕາມເຂດຊາຍແດນ ກໍມີການສັ່ງຊື້ ຕາມປົກກະຕິ ແຕ່ເບິ່ງສະເພາະ ໃນເຂດຊາຍແດນ ບໍ່ແກ້ວ ເທົ່ານັ້ນ."
ທ່ານ ກ່າວຕື່ມວ່າ ເຖິງແມ່ນວ່າ ໃນເວລານີ້ ສິນຄ້າ ຈາກໄທ ຈະນໍາເຂົ້າໄປ ຕາມປົກກະຕິ, ແຕ່ສິນຄ້າຈີນ, ໂດຍສະເພາະ ສິນຄ້າ ປະເພດ ສະບູ, ແຟັບ, ນໍ້າມັນພືດ, ອາຫານແຫ້ງ, ຂນົມ, ເສື້ອຜ້າ ມີຣາຄາຖືກກ່ວາ, ຊຶ່ງເຂົ້າມາຕາມ ເຂດຊາຍແດນ ລາວ-ຈີນ. ສິນຄ້າ ດັ່ງກ່າວ ເຂົ້າໄປຕີຕລາດ ສິນຄ້າ ຂອງໄທ ໃນລາວ, ນອກຈາກນັ້ນ, ຈີນ ຍັງໄດ້ອັດຕຣາ ພາສີພິເສດ ຈາກລາວອີກດ້ວຍ.
ສ່ວນທາງດ້ານ ຂອງໄທ, ເຖິງແມ່ນວ່າ ຄົນລາວ ຈະເຫັນວ່າ ສິນຄ້າ ຈາກໄທ ມີຄຸນນະພາບ ດີກ່ວາ ແລະ ແພງກ່ວາ, ແຕ່ຄົນລາວ ສ່ວນນຶ່ງ ກໍຫັນໄປເລືອກສິນຄ້າ ຄຸນນະພາບ ພໍໃຊ້, ແຕ່ຣາຄາ ຖືກກ່ວາກັນ ເພີ້ມຂຶ້ນ.
ເຖິງຢ່າງໃດ ກໍຕາມ, ໃນຂະນະນີ້, ປະຊາຊົນລາວ ໂດຍທົ່ວໄປ ກໍເວົ້າກັນ ຢ່າງກ້ວາງຂວາງ ເຖິງສະຖານະການ ໃນລາວ ວ່າ ຖ້າຈະຂຶ້ນ ຣາຄາ ຕໍ່ໄປເລື້ອຍໆ ທັງນໍ້າມັນ ແລະ ເຄື່ອງໃຊ້, ປະຊາຊົນ ກໍຮູ້ສຶກລໍາບາກ ຫລາຍຂຶ້ນ ແລະ ຢາກໃຫ້ຣັຖບານລາວ ຫາຊ່ອງທາງ ທ່ວງດຶງ ຣາຄາ ບໍ່ໃຫ້ສູງຂຶ້ນໄປ ຈາກເດີມ ເພື່ອເປັນການຊ່ອຍ ປະຊາຊົນ, ເພາະວ່າ ຢາກໃຊ້ຂອງດີ ຣາຄາສົມມາພາຄວນ, ບໍ່ຢາກໃຊ້ ຂອງຄຸນນະພາບຈີນ ເຖິງແມ່ນວ່າ ຈະຖືກກ່ວາ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການສົ່ງ ຊາວເຜົ່າມົ້ງ ບ້ານຫ້ວຍ ນໍ້າຂາວ ກັບຄືນ ສປປລາວ ຍັງຈະຖືກນໍາຂຶ້ນ ປຶກສາຫາລື ທີ່ກອງປະຊຸມ ໃນເດືອນມີນາ ຈະມາເຖິງນີ້
- ຂະແໜງ ກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ແນະນຳໃຫ້ປະຊາຊົນ ສືບຕໍ່ປູກພືດກະສິກັມ
- ກຸ່ມບໍຣິສັດ ພະລັງງານໄຟຟ້າ ເອກະຊົນ EGCO ໃນປະເທດໄທ ກຳລັງພະຍາຍາມ ລົງທຶນໃສ່ໂຮງງານຜລິດ ໄຟຟ້າ 3 ແຫ່ງ ໃນ ສປປ ລາວ ແລະ ວຽດນາມ
- ມີຊາວບ້ານປະມານ 90 ຄອບຄົວ ຈະໄດ້ຮັບຜົນກະທົບ ຈາກໂຄງການ ສ້າງເຂື່ອນ ຜລິດກະແສໄຟຟ້າ ເຊກະຕໍ່າ ໃນ ແຂວງຈຳປາສັກ
- ທະນາຄານ ແຫ່ງສປປລາວ ປະຕິເສດ ວ່າ ຕົນບໍ່ໄດ້ສວຍໂອກາດ ສ້າງຜົນປະໂຫຍດ ດ້ວຍການແລກປ່ຽນ ເງິນແບບຜິດກົດໝາຍ
- ການສັມປະທານ ທີ່ດິນ ຂນາດນ້ອຍ ຈະຖືກນໍາໄປພິຈາຣະນາ ໃນແຕ່ລະກໍຣະນີ ຖ້າຫາກວ່າ ບໍ່ມີຜົນກະທົບ ຕໍ່ດິນຊັບສິນ ຂອງຊາດ
- ບຸນນະມັສການ ມໍຣະດົກໂລກ-ວັດພູ ທີ່ແຂວງຈໍາປາສັກ ດໍາເນີນໄປຢ່າງຄຶກຄື້ນ ຍ້ອນມີພຸທສາສະນິກກະຊົນ ທັງ ພາຍໃນແລະຕ່າງປະເທດ ກໍເຂົ້າຮ່ວມ ຢ່າງມາກໜ້າ ຫລາຍຕາ
- ການຄ້າປະເວນີໃນແຂວງຫລວງນໍ້າທາ ຍັງເປັນບັນຫາທີ່ຍາກຈະກໍາຈັດໃຫ້ໝົດສີ້ນໄປ ຈາກແຂວງ
- ພະຍາດປາກເປື່ອຍລົງເລັບ ຣະບາດໜັກໃນເຂດເມືອງທມຸຣະຄົມ ແຂວງວຽງຈັນຂອງລາວ
- ນັກທຸຣະກິດລາວ ທ່ານນື່ງ ເວົ້າວ່າ ປະຊາຊນົລາວ ສ່ວນໃຫຍ່ ຕ້ອງການຢາກໃຫ້ ຣັຖບານ ເອົາໃຈໃສ່ ໃນຄວາມຄິດ ຄວາມເຫັນ ແລະຄວາມຕ້ອງການ ຂອງປະຊາຊົນ