ຄະນະນັກກິລາ ຄົນພິການລາວ ຈະເຂົ້າຮ່ວມ ການແຂ່ງຂັນ ກິລາຊີເກມ ຄັ້ງທີ 4 ຢູ່ທີ່ແຂວງ ນະຄອນຣາຊະສິມມາ ຂອງໄທ ໃນອີກບໍ່ດົນນີ້


2008.01.16

ກຳນົດການແຂ່ງຂັນ ກິລາຊີເກມ ສຳລັບຄົນເສັຽອົງຄະ ຈະຈັດຂື້ນ ໃນວັນທີ 20-26 ມົກະຣາ ໂດຍແມ່ນປະເທດ ໄທ ເປັນເຈົ້າພາບ. ກ່ຽວກັບການເຂົ້າຮ່ວມ ການແຂ່ງຂັນ ຂອງນັກກິລາລາວນີ້ ທ່ານ ດຣ. ເກສອນ ສີສົງຄາມ ເຈົ້າໜ້າທີ່ ປະຈຳສູນຄົນພິການລາວ ໄດ້ເປີດເຜີຽວ່າ:

(ສຽງ) "ກຽມພ້ອມແລ້ວ ແລະຈະເດີນທາງ ໃນວັນທີ 17 ທັງໝົດມີ 51 ຄົນ 6 ປະເພດກິລາ. ເຮົາໄດ້ຮັບການອຳນວຍ ຄວາມສະດວກ ຈາກຝ່າຍໄທ ຊຶ່ງວ່າເພິ່ນໃຫ້ເຮົາຍົກເວັ້ນ ເຣື້ອງຈ່າຍ ທີ່ພັກ ທີ່ເຊົາ ຢູ່ກິນ."

ດຣ. ເກສອນ ອະທິບາຍວ່າ ໃນການແຂ່ງຂັນ ກິລາຊີເກມ ຄັ້ງນີ້ ລາວໄດ້ສົ່ງ ນັກກິລາ ທັງເພດຊາຍ ແລະເພດຍິງ ເຂົ້າແຂ່ງໃນ 6 ປະເພດກິລາ ຄື: ກິລາແລ່ນ ແລະລານ 3 ຄົນ, ຍົກນ້ຳໜັກ 4 ຄົນ, ລອຍນ້ຳ 5 ຄົນ, ແບດມິນຕັນ 3 ຄົນ, ວີນແຊບາສະແກດບອນ 7 ຄົນ, ແລະໂກນບອນກິລາ ສຳລັບຄົນຕາບອດ 12 ຄົນ.

ທ່ານວ່າ ການກະຕຽມນັກກິລາລາວ ໂດຍມາກແມ່ນ ຝຶກແອບ ກັນຢູ່ທີ່ສູນຟື້ນຟູຄົນພິການລາວ ທີ່ນະຄອນຫລວງວຽງຈັນ ໂດຍໄດ້ຮັບ ງົປະມານ ຈຳນວນນຶ່ງ ຈາກທາງພາກຣັຖ. ສ່ວນຄ່າເດີນທາງ ໄປແຂ່ງຂັນຕຣອດ ຮອດທີ່ພັກເຊົາ ແລະການຢູ່ກິນ ແມ່ນປະເທດເຈົ້າພາບ ເປັນຜູ້ອຳນວນຄວາມສະ ດວກໃຫ້ໝົດ. ເມື່ອຖາມວ່ານັກກິລາລາວ ຄາດຫວັງວ່າ ຈະໄດ້ຫລຽນກິລາປະເພດໃດແດ່ ທ່ານດຣ. ເກສອນ ກ່າວຕື່ມອີກວ່າ:

(ສຽງ) "ເຮົາກໍຄິດວ່າ ຈະໄດ້ຫລຽນສຳລັບນ້ຳໜັກ ເພາະວ່າ ເຮົາເຄີຽໄດ້ມາຫລາຍເທື່ອແລ້ວ ກໍເພື່ອມິຕະພາບ ແລະເພື່ອຖອດຖອນບົດຮຽນນຳ ຕາມແນວນັ້ນລະ."

ການແຂ່ງຂັນກິລາຊີເກມ ສຳລັບຄົນພິການ ຄັ້ງນີ້ມີທັງໝົດ 14 ປະເພດ ກິລາ ແລະ ມີ 11 ຊາດເຂົ້າຮ່ວມ. ຈຸດປະສົງກໍແມ່ນເພື່ອສົ່ງເສີມ ຄົນພິການ ໃຫ້ມີໂອກາດ ສະແດງຄວາມສາມາດ ຂອງຕົນອອກ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.