ມີການພົບເຫັນ ການຣະບາດ ຂອງເຊື້ອໂຣຄໃຂ້ຫວັດນົກ ທີ່ແຂວງຫລວງນ້ຳທາ ອີກໃຫມ່ ເປັນແຫ່ງທີ 3 ໃນມື້ນີ້, ຄັ້ງນີ້ ແມ່ນເກີດຂື້ນ ທີ່ບໍຣີເວນ ອອ້ມແອ້ມເຂດ ເທສບານຂອງ ແຂວງດັ່ງກ່າວ
2008.02.28
ມີການພົບເຫັນ ການຣະບາດ ຂອງເຊື້ອໂຣຄໃຂ້ຫວັດນົກ ທີ່ແຂວງຫລວງນ້ຳທາ ອີກໃຫມ່ ເປັນແຫ່ງທີ 3 ໃນມື້ນີ້, ຄັ້ງນີ້ ແມ່ນເກີດຂື້ນ ທີ່ບໍຣີເວນອອ້ມແອ້ມ ເຂດເທສບານ ຂອງແຂວງດັ່ງກ່າວ. ການຣະບາດສອງຄັ້ງທີ່ຜ່ານມາ ທີ່ເມືອງສີງແລະ ເມືທອງລອງນັ້ນ ເຈົ້າຫນ້າທີ່ສາມາດ ຄວບຄຸມໄດ້ແລ້ວ. ທ່ານ ພອນພຣະຈັນ ແກ້ວວິລັຍ ຮອງຫົວຫນ້າສັດປີກ ປະຈຳແຂວງເວົ້າວ່າ:
(ສຽງ) "ປັດຈຸບັນນີ້ ຣະບາດທີ່ບ້ານປຸງ ຂອງເມືອງຫລວງນ້ຳທາຈຸດນື່ງ ເປັນຈຸດທີສາມ ສຳລັບແຂວງຫລວງນ້ຳທາ ໄດ້ຮັບການຢືນຢັນວ່າເປັນ H5N1 ແລະໃນມື້ວັນທີ 27 ຄືມື້ນີ້ ທີມງານ ຂອງພວກເຮົ້າ ກໍ່ຈະລົງປປະຕິບັດການ ໃນຂັ້ນຕໍ່ໄປ."
ທ່ານວ່າ ຈຸດທີ່ມີການຣະບາດ ໃນເທືອ່ນີ້ ພົບເຫັນໃນຫມູ່ສັດປີກ ທີ່ລ້ຽງຕາມບ້ານໃນເຂດບ້ານປຸງ ອອ້ມແອ້ມ ເຂດເທສບານ ແຂວງຫລວງນ້ຳທາປະມານ 6 ກິໂລແມດ ທາງການກ່ຽວຂ້ອງ ໄດ້ລົງໄປທຳລາຍສັດປີກໄປແລ້ວ ປະມານກວ່າ 150 ໂຕແລະໃຂ່ປະມານ 33 ຫນ່ວຍ ພ້ອມທັງປະກາດ ເຂດດ່ັງກ່າວ ໃຫ້ເປັນພື້ນທີ່ສີແດງ ຫ້າມການເຂືອ່ນຍ້າຍສັດປີກ ປະເພດຕ່າງໆ ຈາກເຂດນີ້ ເດັດຂາດ ແລະປະກາດເຂດ ຫມູ່ບ້ານອອ້ມແອ້ມ 10 ຫມູ່ບ້ານ ເປັນເຂດສີເຫລືອງ ເປັນພື້ນທີ່ໆເຝົ້າຣະວັງ. ທ່ານກ່າວກ່ຽວກັບ ເຫດການໃນເຂດ ສອງຫມູ່ບ້ານ ທີ່ຣະບາດໃນຣະຍະທີ່ຜ່ານມາວ່າ:
(ສຽງ) "ເຂດນື່ງບ້ານນາມະເມືອງລອງ ເຂດສອງບ້ານທຸ່ງໃຫມ່ເມອືງສີງ ສງົບແລ້ວ ພວກເຮົາ ສາມາດຄວບຄຸມຢູ່ແລ້ວ ກໍ່ໄດ້ຈັດຕັ້ງທີມງານ ບໍ່ໃຫ້ມີການເຂືອ່ນຍ້າຍສັດປີກ ໃນເຂດດັ່ງກ່າວ."
ເຫດການໃຂ້ຫວັດນົກ ທີ່ເກີດຂື້ນໃນແຂວງຫລວງນ້ຳທາ ເປັນຣະຍະ ໃນເວລານີ້ ສ້າງຄວາມບໍ່ຫນ້າໃວ້ວາງໃຈ ແກ່ຫລາຍພາກສ່ວນ ການປົກຄອງ ບໍ່ວ່າ ໃນເຂດສູນກາງ ແລະເຂດທ້ອງຖີ່ນ ດັ່ງນັ້ນ ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກພາກສ່ວນຕ່າງໆ ຈື່ງມີການກັນໃຫມ່ ເພືອ່ວາສງແຜນສກັດກັ້ນ ບໍ່ໃຫ້ໂຣຄດັ່ງກ່າວ ຂຍາຍຕົວໄປໃນເຂດອື່ນ. ຂ່າວໂຣຄໃຂ້ຫວັດນົກ ອາດຈະສົ່ງຜລົກະທົບຕໍ່ທຸຣະກີດການທ່ອງທ່ຽວ ພາຍໃນແຂວງ. ແຕ່ທາງການລາວ ກໍ່ສາມາດຄວບຄຸມໄດ້ແລ້ວ ວ່າງການຣະບາດ ໃນຣະຍະທີ່ຜ່ານມາ.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນະຄອນຫລວງວຽງຈັນ ກຳລັງເຜຊີນ ກັບບັນຫາກາຣຂາດແຄນ ຊີ້ນໝູ ແລະຍີ່ງເຮັດໃຫ້ ຣາຄາຊີ້ນໝູ ຖີບຕົວສູງຂື້ນ
- ບໍຣິສັທອົສເຕຣເລັຽຈະລົງມືຂຸດຄົ້ນບໍ່ແຮ່ທາຕແຫ່ງທີ່ 3 ຢູ່ລາວໃນໄວໆນີ້
- ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C
- Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ
- ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ
- ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ
- ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ
- ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ
- ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ