ທາງກາຣລາວ ມີກາຣປັກຫລັກ ໝາຍເອົາເຂຕ ສຳຫລັບ ກາຣກໍ່ສ້າງ ສນາມບິນ ແຫ່ງຊາຕຢູ່ບ່ອນໃໝ່ ໃນເຂຕ ນະຄອນຫລວງວຽງຈັນ
2008.02.05
ໜັງສືພີມວຽງຈັນໄທມສ໌ ສະບັບວັນທີ່ 4 ກຸມພາ ນີ້ແຈ້ງວ່າ: ທາງກະຊວງໂຍທາ ແລະຂົນສົ່ງ ໄດ້ເສຣັຈສິ້ນ ກາຣປັກຫລັກໝາຍ ເອົາເຂຕພື້ນທີ່ ສຳຫລັບກາຣກໍ່ສ້າງສນາມ ບິນສາກົລ ນະຄອນຫລວງວຽງຈັນ ຢູ່ບ່ອນໃໝ່ ທີ່ເຂຕບ້ານຫລັກ 21 ແລະ ວ່າເທົ່າປັຈຈຸບັນ ກໍໄດ້ເອົາປ້າຍໄປຕິດໃສ່ ເພື່ອຫ້າມບໍ່ໃຫ້ປະຊາຊົນ ເຂົ້າໄປປຸກບ້ານເຮືອນໃສ່ ພ້ອມກັບບໍຣິເວນ ອ້ອມແອ້ມກໍບໍ່ໃຫ້ມີກາຣປຸກອາຄານ ຫລືເຮືອນ ທີ່ຖືວ່າຈະເປັນກີດກັ້ນໃນ ກາຣຂື້ນລົງຂອງເຮືອງບິນ.
ທ່ານ ຍາກົວ ໂລປັງກາວ ເອກອະທິບໍດີ ກົມກາຣບິນພົລເຮືອນ ໄດ້ຢືນຢັນເປັນ ກາຣເຕືອນ ບໍ່ໃຫ້ທາງພາຄສ່ວນ ເອກຊົນລົງທຶນ ໃນຣະຍະຍາວ ຢູ່ເຂຕດັ່ງກ່າວ ແຕ່ສະເພາະ ປະຊາຊົນ ທີ່ມີຈຸດປະສົ່ງ ຢາກຈະປູກພືຊພັນ ແລະຜັກໝີ່ຕ່າງໆ ເປັນກາຣຊົ່ວຄາວ ເພື່ອລ້ຽງຊີພປະຈຳວັນນັ້ນ ຍັງສາມາດດຳເນີນໄປ ໄດ້ຢູ່ຄືເກົ່າ ເພາະຍັງຈະຕ້ອງໃຊ້ເວລາ ກ່ອນທີ່ຈະສາມາດ ລົງມືກໍ່ສ້າງເດີ່ນຕົວຈີງ ໄດ້ໃນຂັ້ນຕໍ່ໄປ.
ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ສນາມບິນແຫ່ງໃໝ່ນີ້ ຈະມີພື້ນທີ່ທັງໝົດ 24 ຫລັກ ກິໂລແມ໊ຕມົນທົນ ທຽບໃສ່ສນາມບິນວັດໄຕ ທີ່ມີການໃຊ້ໃນປັຈຈຸບັນ ທີ່ມີເນື້ອທີ່ກວ້າງທັງໝົດພຽງ 10 ກິໂລແມ໊ຕມົນທົນ ເທົ່ານັ້ນ ແລະວ່າ ໃນປີ 2006 ຜ່ານມາມີ ຜູ້ໂດຽສາຣເດີນທາງເຂົ້າ-ອອກ ເດີ່ນວັດໄຕດັ່ງກ່າວທັງໝົດ 457,160 ຄົນ ແລະຄາດວ່າ ຈະມີຜູ້ໃຊ້ບໍຣິກາຣ ເພີ່ມຂື້ນເຖີງ 1.4 ລ້ານຄົນ ໃນປີ 2013 ທີ່ຈະມາເຖີງນີ້ຢ່າງແນ່ນອນ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທາງກາຣແຂວງເຊກອງ ສນັບສນູນວຽດນາມ ໃນໂຄງກາຣສ້າງເຂື່ອນ ເຊກອງ 4
- ກອງທຶນແມ່ແລະເດັກ ຮ່ວມມືກັບຣັຖບານລາວ ເພື່ອຍັບຢັ້ງ ແລະກຳຈັດ ການຣະບາດ ໂຣຄຖອກທ້ອງ ໃນ ເຂດພາກໄຕ້ ຂອງລາວ
- ແຂວງຜົ້ງສາລີ ອຳນວຍຄວາມສດວກ ໃຫ້ແກ່ນັກລົງທຶນ ທາງດ້ານ ການກະເສດ
- 68% ຂອງຈຳນວນ ຄົວເຮືອນ ປະມານ 100,000 ຄົວເຮືອນ ໃນ ແຂວງຈຳປາສັກ ມີໄຟຟ້າໄຊ້ແລ້ວ
- ແຂວງອັຕະປ ປັບປຸງຄຸນະພາບ ຂອງສຸກສາລາ ພ້ອມທັງຂະຫຍາຍ ຕານ່າງ ໄປຍັງເຂດຕ່າງໆ
- ການສົ່ງຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ກັບສປປລາວ ໃນອະນາຄົດ ຈະບໍ່ສາມາດ ດໍາເນີນໄປໄດ້
- ຣັຖບານລາວ ຈະເກັບຄ່າພາສີ ທີ່ດິນ ປະເພດຕ່າງໆ ເຖິງ 3 ເທົ່າ ໃນງົປະມານ ສົກປີ 2007-2008
- ໄທ ເຣີ້ມ ສຶກສາ ຄວາມເປັນໄປໄດ້ ໃນການສ້າງ ໂຮງພະລັງງານໄຟຟ້າ ນິວຄະເລັຍ
- ຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ
- ສິນຄ້າລາວ ທີ່ສົ່ງອອກ ແລະມີຈຳນວນເພີ່ມຂື້ນ ແດ່ນັ້ນ ຈະເປັນປະເພດ ໄມ້ທ່ອນ ກະແສໄຟຟ້າ ແລະແຮ່ທາຕຕ່າງໆ