ພວກລັກຄ້າສັດປ່າຖືກຈັບ

ພວກລັກຄ້າ ສັດປ່າ ຖືກຈັບ ໃນຂນະທີ່ ຂົນລິ່ນ ເພື່ອສົ່ງຂ້າມ ແມ່ນໍ້າຂອງ ໄປປະເທດລາວ.


ກົດຟັງສຽງ

ຕຳຣວດນ້ຳ ໜອງຄາຍ ຂອງໄທ ຈັບກຸ່ມລັກຄ້າສັດປ່າ ໃນຂນະທີ່ລັກ ຂົນສົ່ງລິ່ນຈຳນວນ 35 ໂຕ ເພື່ອສົ່ງຂ້າມແມ່ນ້ຳຂອງ ໄປປະເທດລາວ. ລິ່ນຈຳນວນດັ່ງກ່າວ ເປັນ ລິ່ນພັນ ມະລາຢູ ມີຣາຄາແພງ ໂຕລະ 10,000 ບາດ. ແຕ່ຖ້າສົ່ງເຂົ້າໄປຂາຍ ຢູ່ ປະເທດຈີນ ໄດ້ສຳເຣັດ ກໍຈະໄດ້ຣາຄາ ສູງຂຶ້ນ 2 ເທົ່າ.

ເຈົ້າໜ້າທີ່ຕຳຣວດນ້ຳ ໜອງຄາຍເວົ້າວ່າ ໄດ້ຈັບທ້າວ ພິນໂຍ ເນດແສງສີ ອາຍຸ 29 ປີ ຄົນແຂວງ ເພັດຊະບູນ ພ້ອມຂອງກາງ ເປັນລິ່ນ 35 ໂຕ ຢູ່ໃນ 11 ຖົງໃນຣົດກະບະ. ລິ່ນ, ເປັນສັດປ່າຄຸ້ມຄອງ ສັດປ່າສງວນ, ຖືກຂົນມາຕາມ ຖນົນສາຍ ບ້ານຜື -ທ່າບໍ່ ໜອງຄາຍ ແລະຈະຖືກລັກຂ້າມ ໄປປະເທດລາວ.

ຈາກການສອບສວນ ຂອງເຈົ້າໜ້າທີ່ ທ້າວ ພິນໂຍ ຮັບສາຣະພາບວ່າ  ມີຊາຍຄົນນຶ່ງ ວ່າຈ້າງ ດ້ວຍເງິນ 4,000 ບາດ ໃຫ້ຕົນຂັບຣົດ ບັນທຸກລິ່ນນັ້ນ ມາຈາກແຂວງ ຊຸມພອນ ໄປສົ່ງໃຫ້ລູກຄ້າ ຢູ່ເຂດເທສບານ ຕາແສງ ສີຊຽງໃໝ່ ເມືອງສີຊຽງໃໝ່ ແຂວງໜອງຄາຍ ໂດຍຈະມີຄົນ ນຳລິ່ນລົງເຮືອ ຂ້າມໄປ ປະເທດລາວ ເພື່ອສົ່ງຕໍ່ໄປ ປະເທດຈີນ. ເຈົ້າໜ້າທີ່ ຄວບຄຸມຕົວ ຜູ້ຕ້ອງຫາ ພ້ອມດ້ວຍຂອງກາງ ສົ່ງໃຫ້ພະນັກງານ ສວບສວນ ທີ່ທ່າບໍ່ ເພື່ອດຳເນີນ ຄະດີຕໍ່ໄປ.

ລິ່ນເປັນສັດ ທີ່ຂາຍໄດ້ຣາຄາ ແພງ ຄືກິໂລະ 4,000 ບາດ ຫລື ປະມານໂຕລະ 10,000 ບາດ. ຖ້າຫາກນຳໄປ ຂາຍຢູ່ປະເທດຈີນ ຫລື ວຽດນາມ ກໍຈະໄດ້ຣາຄາ ສູງຂຶ້ນເທົ່າຕົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org