ໂຄງການຂຸດບໍ່ຫີນປູນ ແຂວງຄໍາມ່ວນ ດໍາເນີນໄປ
ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດ KP Limestone ດໍາເນີນໂຄງການ ຂຸດບໍ່ຫີນປູນ ທີ່ ແຂວງຄໍາມ່ວນ.
-
ສົມເນ
2010-02-16 -
-
-
Your browser doesn’t support HTML5 audio
ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດ KP limestone ດໍາເນີນການ ຂຸດແຮ່ທາດ ຫີນປູນ ຢູ່ເຂດເມືອງ ເຊບັ້ງໄຟ ແຂວງຄໍາມ່ວນ ໃນພື້ນທີ່ 50 ເຮັກຕາ ແລະສ້າງ ໂຮງງານຜລິດ ປູນຂາວ ເພື່ອສົ່ງອອກຂາຍ ຕ່າງປະເທດ. ການລົງນາມ ສັນຍາ ໄດ້ມີຂື້ນ ຕັ້ງແຕ່ວັນທີ 11 ກຸມພາ ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງຄໍາມ່ວນ:
" ພີເຄນີ້ ຈະເປັນພວກ limestone ເພິ່ນອະນຸຍາດ ແລ້ວ ອະນຸຍາດແລ້ວ ແຕ່ບໍທັນ ລົງມື ເມືອງເຊບັງໄຟ ແຂວງຄໍາມ່ວນ ມີທືນແຫລະ ມາລົງທືນ ແລ້ວກໍຊອກຫາ ເນື້ອທີ່ສ້າງ ໂຮງງານ".
ທ່ານວ່າ ຈາກການສໍາຣວດ ບໍຣິເວນ ເຂດເມືອງ ເຊບັ້ງໄຟ ໃນປີ 2007 ພົບວ່າ ມີທາດຫີນປູນ ຈໍານວນ ຫລວງຫລາຍ ຊື່ງຄາດວ່າ ຈະສາມາດ ຜລິດເປັນ ປູນຂາວ
ເພື່ອສົ່ງອອກຂາຍ ຕ່າງປະເທດໃນປີ 2012 ນີ້ໄດ້ ປີນື່ງເຖິງ 100,000 ໂຕນ. ກ່ຽວກັບການ ປະເມີນຜົນ ກະທົບຕໍ່ ສິ່ງແວດລ້ອມນັ້ນ ເຈົ້າໜ້າທີ່ລາວ ວ່າທາງ ບໍຣິສັດ ໄດ້ປະສານງານ ກັບກະຊວງ ພລັງງານ ແລະບໍ່ແຮ່ ໂດຍກົງ ແລະເຫັນວ່າ ຍັງຈະຕ້ອງ ປັບປຸງຕື່ມ:
"ໂຕນີ້ຍັງບໍ່ທັນ ລາຍງານ ລະອຽດ ເພາະວ່າເພິ່ນ ຍັງປັບປຸງ ບາງເອກກະສານ ຍັງປັບປຸງ ເອກກະສານ ມັນບໍ່ສອດຂ້ອງ ຕ້ອງປັບປຸງຄືນ ບໍ່ຄ່ອຍມີຜົນ ກະທົບດອກ ນື່ງມາ ປະຊາຊົນ ມັນຢູ່ຫ່າງໄກ ສອກຫລີກ. ສອງມາ ການຜລິດ ໂຕນີ້ມັນ ຈະບໍ່ກະທົບ ຕໍ່ເມື່ອມັນ ບໍ່ແມ່ນຂນາດໃຫ່ຽ ປານໃດ".
ນັກວິຊາການ ດ້ານເໝືອງແຮ່ທາດ ວ່າ ການຂຸດແຮ່ ທາດໃດກໍດີ ຈະມີຜົນ ສະທ້ອນ ຕໍ່ສິ່ງແວດລ້ອມ ໃນຮູບໃດ ຮູບນື່ງ ບໍ່ຫລາຍກໍ່ໜ້ອຍ.
ສໍາລັບການ ຂຸດທາດຫີນປູນ ນີ້ ນັກວິຊາການ ວ່າ ມັນສົ່ງສຽງ ລົບກວນຈາກ ການລະເບີດຫີນ ທັງສົ່ງຂີ້ຝຸ່ນ ມົລພິດ ຂື້ນສູ່ອາກາດ ທີ່ຄົນ ແລະ ສັດຫາຍໃຈເອົາ ແລະເຮັດໃຫ້ຄົນ ມີອາການແສບຕາ.
ຣັຖບານລາວ ຫວັງວ່າໂຄງການນີ້ ຈະນໍາລາຍໄດ້ ມາສູ່ ຣັຖບານ ແລະທ້ອງຖິ່ນ ຊື່ງຄາດວ່າ ຈະເປັນການ ປະກອບສ່ວນ ໃນການເຮັດໃຫ້ ເສຖກິດລາວ ເຕີບໃຫ່ຍຂື້ນ.