ການຂຸດແຮ່ທາດບອກໄຊ໊ ຊາວບ້ານຄວນມີສ່ວນນໍາ
ປະຊາຊົນ ທ້ອງຖີ່ນ ຄວນມີສ່ວນຮ່ວມ ໃນການໃຫ້ ສັມປະທານ ການຂຸດຄົ້ນ ແຮ່ທາດ ບອກໄຊ ໃນລາວ.
-
ສິດນີ
2010-05-26 -
-
-
Your browser doesn’t support HTML5 audio
ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ໂຄງການ ສັມປະທານ ຂຸດຄົ້ນແຮ່ທາດ ບອກໄຊ໊ ໃນແຂວງຈຳປາສັກ, ອັດຕະປື ແລະສາຣະວັນ, ປະຊາຊົນ ທ້ອງຖີ່ນ ຄວນມີ ບົດບາດ ໃນການອອກ ຄວາມຄິດຄວາມເຫັນ ຮ່ວມກັບຫນ່ວຍງານ ກ່ຽວຂ້ອງ ຂອງຣັຖບານ ແລະ ກຸ່ມນັກລົງທຶນ ເພື່ອຮັບປະກັນ ຜົລປະໂຫຍດ ທີ່ພວກຂະເຈົ້າ ຈະໄດ້ຮັບ ເພາະການຂຸດຄົ້ນ ແຮ່ທາດດັ່ງກ່າວ ອາດຈະມີ ປະຊາຊົນເປັນ ຈຳນວນຫລວງຫລາຍ ໄດ້ຮັບ ຜົລກະທົບຍ້ອນ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:
"ພວກຂະເຈົ້ານີ້ ໄປຫມົດ 30 ບ້ານ ແຖວຄັນຫມາກນາວ ແຖວທາງສນາມໄຊ ອີ່ຫຍັງຕ່າງໆ ຄຳຖາມນີ້ຕ້ອງ ຈະແຈ້ງເລີຍວ່າ ມັນດີບໍ ມັນບໍ່ດີບໍ ຄວນໃຫ້ມີບໍ ຕ້ອງໃຫ້ ພໍ່ແມ່ພີ່ນ້ອງ ເຮົາເປັນເຈົ້າການ".
ທ່ານກ່າວຕໍ່ໄປວ່າ ພື້ນທີ່ ການຂຸດຄົ້ນແຮ່ທາດ ບອກໄຊ໊ ໃນເຂດສາມແຂວງ ພາກໃຕ້ຂອງລາວ ເຊັ່ນແຂວງ ອັດຕະປື ຈຳປາສັກແລະ ສາຣະວັນ ຈະກວມໄປຮອດ 50 ພັນເຮັກຕາ ເປັນແຫລ່ງສະສົມ ແຮ່ທາດບອກໄຊ໊ ລາຍໃຫຍ່ໃນໂລກ ທີ່ເຮັດໃຫ້ ນັກລົງທຶນຕ່າງ ຊາດສົນໃຈເຂົ້າມາ ລົງທຶນຄົ້ນຄວ້າ ຢ່າງໃຫຍ່ ຈະມີການໂຍກຍ້າຍ ປະຊາຊົນ ແລະຈະສ້າງຄວາມ ເສັຽຫາຍຕໍ່ສະພາບ ແວດລ້ອມ ຖ້າມີການຂຸດຄົ້ນ ໂດຍສະເພາະ ໃນເຂດປູຸກຝັງ ທີ່ອຸດົມສົມບູຸນ ຂອງປະເທດ ດັ່ງເຂດເມືອງ ປາກຊອ່ງ.
ນັບແຕ່ປີ 2007 ເປັນຕົ້ນມາ ມີຫລາຍ ບໍຣີສັດສເນີ ຂໍສັມປະທານ ໃນການຄົ້ນຄວ້າ ຈາກຣັຖບານ ຄາດວ່າການຄົ້ນຄວ້າ ຈະໃຊ້ເວລາ ຢ່າງນ້ອຍ 4 ປີ. ການສຶກສາ ສ່ວນໃຫຍ່ ຈະເນັ້ນໃສ່ ການພັທນາບໍ່ແຮ່, ຜົລກະທົບຕໍ່ ສິ່ງແວດລ້ອມແລະ ການພັທນາທາງ ດ້ານເສຖກິດຂອງ ປະຊາຊົນ ໃນທ້ອງຖີ່ນ ແຕ່ຕ້ອງການຢາກ ໃຫ້ປະຊາຊົນ ມີສ່ວນຮ່ວມ ໃນໂຄງການພັທນາ ປະເພດຕ່າງໆ ທ່ານກ່າວເພີ້ມອີກວ່າ:
"ບອກຂະເຈົ້າໂລດລະ ອັນນີ້ເຂົາວ່າເຂົາ ຊີ່ເຮັດ ອັນນີ້ເຂົາວ່າຊີ່ ໃຫ້ເງີນ ຊ່ຳນີ້ກໍ່ຊີ່ໃຫ້ ຫ້ອງການ ເຂົາຊີ່ປຸກໃຫ້ ມັນຮອດໃສແລ້ວ ກະແມ່ນວ່າ ທາງຣັຖບານເຮົາ ຄັນປ່ອຍໃຫ້ຂະເຈົ້າເຮັດ ບາງເທື່ອລືມ ກໍ່ລືມໄປເລີຍ".
ທ່ານວ່າ ຫາກບໍ່ມີການ ເອົາໃຈໃສ່ ຈາກທຸກພາກສ່ວນ ເມື່ອໂຄງການດັ່ງກ່າວ ຖືກດຳເນີນ ກິຈການ ອາດຈະສົ່ງຜົລ ກະທົບຕໍ່ສະພາບ ແວດລ້ອມ ແລະປະຊາຊົນ ຈະສ້າງຄວາມເສັຽຫາຍ ຕໍ່ແມ່ນ້ຳລຳທານ ແລະວິຖີຊີວິດ ຂອງປະຊາຊົນ ທ້ອງຖີ່ນຢ່າງໃຫຍ່ ຈາກການໃຊ້ ສານເຄມີ ໃນການຂຸດຄົ້ນ.