ການອານຸຣັກ ແລະ ພັດທະນາປ່າໄມ້

ກະຊວງກະສິກັມ ແລະປ່າໄມ້ລາວ ສໍາມະນາ ປືກສາຫາລືກັນ ເພື່ອປັບປຸງ ແຜນປະຕິບັດ ຕ່າງໆກ່ຽວກັບ ການອານຸຣັກ ແລະການ ພັດທະນາປ່າໄມ້

ກະຊວງກະສິກັມ ແລະປ່າໄມ້ລາວ  ຈັດສໍາມະນາ ປືກສາ ຫາລືກັນ ເພື່ອປັບປຸງ ແຜນປະຕິບັດ ຕ່າງໆກ່ຽວກັບ ການອານຸຣັກ ແລະການ ພັດທະນາ ປ່າໄມ້ ເພື່ອຮັບ ປະກັນ ການນໍາໃຊ້ ແຫ່ລງປ່າໄມ້ ແບບມີ ຄວາມຍືນຍົງ ຕາມລາຍງານ ຂອງອົງ ການຂ່າວລາວ ແຕ່ວ່າ ລາຍງານ ບໍ່ໄດ້ແຈ້ງ ວ່າມີແຜນ ການປະຕິບັດ ແນວໃດແດ່ ທີ່ຕ້ອງ ປັບປຸງ ໃຫ້ດີຂື້ນ.

ລາຍງານວ່າ ຈຸດປະສົງ ທີ່ຕ້ອງມີ ການປັບປຸງ ນີ້ເນື່ອງຈາກວ່າ ກົດໝາຍປ່າໄມ້ ແລະສັດ ແລະການ ນໍາໃຊ້ປ່າໄມ້ ຍັງບໍ່ທັນ ຖືກປະຕິບັດ ຢ່າງມີ ປະສິດທິພາບ ແຫ່ລງ ປ່າໄມ້ ແລະສັດນໍ້າ ຖືກເສັຽຫາຍ ດ້ວຍວິທີ ຕ່າງໆນາໆ. ເປັນທີ່ຮູ້ ກັນດີວ່າ ປ່າໄມ້ ຂອງລາວ ຫລຸດນ້ອຍຖອຍລົງ ໄປເລື້ອຽໆ ໂຕເລກທາງການ ວ່າ ປ່າໄມ້ ຂອງລາວ ໃນປັດຈຸບັນ ເຫລືອພຽງແຕ່ 37%. ໃນໂຕຈິງ ນັ້ນກໍອາດ ເຫລືອນ້ອຍກ່ວານີ້ ເພາະວ່າມີ ການຕັດໄມ້ ໂດຍບໍ່ມີ ກໍານົດ ຈາກການຖາງປ່າ ເພື່ອເຮັດໄຮ່ ຂອງປະຊາຊົນ ຊາວພູເຂົາ ທີ່ເຄື່ອນ ຍ້າຍທີ່ ຈາກການ ຕັດໄມ້ ທັງຖືກຕ້ອງ ແລະບໍ່ຖືກ ຕ້ອງຕາມກົດໝາຍ ເພື່ອຂາຍ ເປັນລາຍໄດ້ ຂອງຣັຖະບານ ແລະຂອງ ບຸກຄົນຜູ້ ມີອໍານາດ. ໂດຍສະເພາະ ທາງການລາວ ໃນທ້ອງຖິ່ນ ໄດ້ອານຸມັດ ໃຫ້ບໍຮິສັດ ຕ່າງປະເທດ ເຊັ່ນວ່າ ບໍຣິສັດຕັດໄມ້ ຫລືບໍຣິສັດ ໂຮງເລື່ອຍ ທີ່ລົງທະບຽນ ໃນນາມ ໂຮງງານໄມ້ ແປຮູບ ຈາກວຽດນາມ ເປັນຕົ້ນ.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org