ບໍ່ທອງແດງ ເຊໂປນ ຈະບໍ່ຂຍາຍ
ແຜນການຂຍາຍ ໂຄງການຜລີດ ທອງແດງ ທີ່ບໍ່ເຊໂປນ ຂອງບໍຣີສັດ ຈີນທີ່ຊື້ຈາກ ບໍຣີສັດ OZ ອອສເຕຣເລັຽ ຖືກຍົກເລີກ ເພາະຄ່າໃຊ້ຈ່າຍ ແພງເກີນໄປແຕ່ ຈະຜລິດຄຳ ແລະທອງແດງ ຕາມອັຕຣາ ທີ່ເຄີຍຜລິດ.
-
ສິດນີ
2009-04-30 -
-
-
Your browser doesn’t support HTML5 audio
ບໍຣີສັດ Minmetals ຂອງຈີນ ໄດ້ຊື້ບໍ່ຄຳ ທີ່ເຊໂປນ ຈາກບໍຣີສັດ Oz ຊື່ງກ່ອນຫນ້າ ນີ້ແມ່ນ ບໍຣີສັດ Oxiana ເປັນເຈົ້າຂອງ. ບໍຣິສັດ ດັ່ງກ່າວໄດ້ ຮ່ວມທືນກັບ ບໍຣິສັດ ແຮ່ທາດ Zinifax ຂອງ ອອສເຕຣເລັຽ ເລີຍໃສ່ຊື່ເປັນ ບໍຣິສັດ OZ ທີ່ມີກິຈການ ການຂຸດຄົ້ນ ແຮ່ທາດ ຫລາຍແຫ່ງ ໃນທົ່ວໂລກ. ໃນນັ້ນ ກໍ່ປະກອບດ້ວຍ ບໍ່ຄຳທີ່ເຊໂປນ ຂອງລາວ ແລະໃນວັນທີ 14 ເມສາ ທີ່ຜ່ານມາ ບໍຣິສັດ ດັ່ງກ່າວ ກໍ່ຂາຍກີຈການ ບໍ່ຄຳເຊໂປນ ໃຫ້ແກ່ ບໍຣີສັດ Minmetal ຂອງຈີນ ໃນຈຳນວນເງີນ ນື່ງຕື້ແລະ ສອງຮ້ອຍລ້ານ ໂດລາ ຊື່ງຜູ້ຖືຫຸ້ນ ຈະອອກສຽງໃຫ້ ສັຕຍາບັນ ໃນການຊື້ຂາຍ ໃນມື້ວັນທີ 12 ມີຖຸນາ ຈະມາເຖີງນີ້.
ເຫດຜົລທີ່ ບໍຣີສັດ ດັ່ງກ່າວ ໄດ້ຍົກເລີກ ແຜນການທີ່ ຈະຜລີດທອງແດງ ເພີ້ມນັ້ນ ກໍ່ເປັນເພາະວ່າ ໃນປີ 2007 ບໍຣິສັດ Oxiana ໄດ້ຈ່າຍຄ່າ ພາສີ ຄ່າໃຫ້ ສັມປະທານ ແລະ ຄ່າທຳນຽມ ແກ່ຣັຖບານ ລາວເຖີງ 120 ລ້ານໂດລາ ແລະ ບໍຣິສັດ Minmetal ກໍ່ຈະຈ່າຍ ໃນຈຳນວນນີ້ ເຫມືອນກັນ ໃນປີຫນ້າ ຈື່ງເຮັດໃຫ້ ບໍຣິສັດ ງົດໂຄງການ ຂຍາຍການຜລິດ ທອງແດງ ໃນເຂດດັ່ງກ່າວ ທີ່ຈະໃຊ້ເງີນ ເພີ້ມອີກ ປະມານ 50 ລ້ານໂດລາ ໃນໂຄງການນັ້ນ,
ແຕ່ຈະຜລີດຄຳ ແລະທອງແດງ ໃນອັຕຣາເດີມ ທີ່ເຄີຍຜລີດມາ ຈະບໍ່ມີການ ຂຍາຍຂອບເຂດ ແລະພື້ນທີ່ ໃນການຜລີດ ເພີ້ມເທື່ອ ໃນເວລານີ້.