ຍັງມີ ການຕັດໄມ້ ທໍາລາຍປ່າ ເພື່ອເຮັດໄຮ່

ປະຊາຊົນ ແຂວງຊຽງຂວາງ ສ່ວນໜື່ງ ຍັງດຳເນີນ ກາຣຖາງປ່າ ຊື່ງເປັນກາຣເຮັດໃຫ້ ມີອັຕຣາ ປ່າໄມ້ ຫລຸດໜ້ອຍລົງ.

ທາງ​ກາຣ​ ແຂວງ​ຊຽງ​ຂວາງ ​ຍອມຮັບ​ວ່າ​ ຍັງ​ມີ​ບັນຫາ ​ທີ່​ປ່າ​ໄມ້ ​ຊື່​ງ​ເປັນ​ຊັພຍາກ​ອນ ທັມ​ມະຊາຕ ມີ​ຈຳນວນ ຫ​ລຸດ​ໜ້ອຍ​ລົງ ຈາກ​ກາຣທຳລາຍ ​ຂອງ​ປະຊາຊົນ ດັ່ງ​ທ່ານ​ທຸມມາ ​ເສລີ​ມຊັຍ ຫົວໜ້າ​ຫ້ອງກາຣ ສູນ​ສີ່​ງ​ແວດ​ລ້ອມ​ ໄດ້​ກ່າວ ​ກ່ຽວ​ກັບ​ເຣື່ອງນີ້​ວ່າ:

"ປ່າ​ໄມ້​ ໃນຣະດູ​ແລ້ງ ​ມັນ​ແຫ້ງ​ແລ້ງ​ເກີນໄປ ​ປະຊາຊົນ ​ຈຳນວນ​ໜື່ງ ​​ເຂົາ​ເຈົ້າ ​ມັກ​ຈູດ​ປ່າ ​ແລະ ​ທຳລາຍ​ປ່າ​ໄມ້ ​ເຮັດ​ໃຫ້​ປ່າ​ໄມ້ ​ສູນ​ເສັຽ​ ໄປ​ຫລາຍ ສະພາບ​ປ່າ ​ປັຈຈຸ​ບັນ ຫລຸດລົງ​ ໄປ​ຫລາຍ ​ແຕ່​ກ່ອນ​ນັ້ນ ປະມານ 30% ກວ່າ ດຽວ​ນີ້ ​ຍັງ​ເຫລືອ​ພຽງ 20% ປາຍ ​ເທົ່າ​ນັ້ນ"

​ເຈົ້າໜ້າ​ທີ່ ​ລາວ ​ດັ່ງກ່າວ​ ແຈ້ງ​ເພີ່ມ​ວ່າ ສາ​ເຫ​ຕ ສ່ວນ​ໃຫຍ່​ ທີ່​ມີ​ ກາຣສູນ​ເສັຽ ຊັພຍາກ​ອນ ປ່າ​ໄມ້ ດັ່ງກ່າວ ​ກໍ​ຍ້ອນ ປະຊາຊົນ​ ຖາກ​ຖາງ​ປ່າ​ ເພື່ອ​ເຮັດ​ໄຮ່​-ສວນ​​ທີ່ ​ເປັນ​ວິຖີ ​ຊີ​ວີ​ຕ ຂອງ​ປະຊາຊົນ​ ຕາມ​ເຂ​ຕ ຊົນ​ນະ​ບົດ ທີ່​ຈະ​ຕ້ອງ​ເຮັດ​ ທຸກ​ວິທີ​ທາງ ​ເພື່ອ​ຄວາມ​ເປັນ​ຢູ່​ ຂອງ​ຕົນ ​ແລະ ​ລ້ຽງ​ຄອບຄົວ ​ແລະ​ ໃນ​ຂະນະ​ດຽວ​ກັນ​ ກໍ​ວ່າ ​ທາງ​ກາຣ ສປປລາວ ກໍ​ມີ​ ນະ​ໂຍບາຍ​ ສົ່ງ​ເສີມ ​ໃຫ້​ມີ​ກາຣປູ​ກຕົ້ນ​ໄມ້ ​ທົດ​ແທນ ຮວມ​ເປັນ​ທັງ​ໝົດ ​ບໍ່​ຕໍ່າ​ກວ່າ 1 ລ້ານ​ຕົ້ນ ດັ່ງ​ທີ່ ​ທ່ານ​ໄດ້​ແຈ້ງ ​ເພີ່ມ​ວ່າ:

"ປັຈຈຸ​ບັນ ​ເຂົາ​ເຈົ້າ ມອບ​ໃຫ້ ​ແຕ່ລະ​ເມືອງ ​ປູກ ​ແຕ່​ວ່າ ກາຣຮັກສາ ​ບຳບັດ​ນັ້ນ ມັນ​ຍາກ ຮັກສາ​ກາຣບຳບັຕ ຖ້າ​ປູກ​ໄມ້​ແລ້ວ ບາງ​ເທື່ອ ມັນ​ກໍ​ຕາຍ ບາງ​ເທື່ອ ​ມັນ​ກໍ​ຄືນ​ມາ ​ແຕ່​ວ່າ ​ຕ້ອງ​ໃຊ້​ເວລາ"

ທ່ານ​ທຸມມາ​ ໄດ້​ກ່າວ ​ຢ້ຳອີກ​ວ່າ: ທາງ​ກາຣລາວ ​ໄດ້​ແບ່ງ​ ເນື້ອ​ທີ່​ດີ​ນ ທັງ​ໝົດ ​ອອກ​ເປັນ 3 ປະ​ເພດ​ເຊັ່ນ: ປ່າ​ສງວນ ປ່າ​ປ້ອງ​ກັນ ​ແລະ​ ປ່າ​ ສຳ​ຫລັບ​ ກາຣຜລິ​ຕ ຊື່​ງ​ເປັນຊັພຍາກ​ອນ​ ເພື່ອ​ເປັນກາຣ ສ້າງຣາຍ​ໄດ້ ​ໃຫ້​​ເຂົ້າປະ​ເທດ ພ້ອມ​ຍັງ​ ເປັນ​​ແຫ​ລ່ງ ສະບຽງ​ອາຫາຣ​ ແລະ​ ເປັນ​ແຫ​ລ່ງ ທີ່​ສ້າງຣາຍ​ໄດ້​ໃຫ້​ປະຊາຊົນ​ ຕາມ​ເຂ​ຕ ຊົນນະບົທ.

ສາ​ເຫ​ຕ ທີ່​ມີ​ປ່າ​ໄມ້​ ຫລຸດໜ້ອຍ​ລົງ​ນັ້ນ ​ແມ່ນ​ເກີດ​ ມາ​ຈາກ ​ກາຣຂຍາຍ​ຕົວ ​ຂອງ​ພື້ນ​ທີ່ ​ກະສິກັມ ຈາກ​ບັນຫາ​ ​ໄຟ​ໄໝ້​ປ່າ ​ແລະ ​ກາຣລັກລອບ​ ຕັດ​ໄມ້ ຕລອດ​ຮອດ ​ໂຄງກາຣຂຸດ​ຄົ້ນ ​ແຮ່​ທາຕ ​ໂດຽບໍ່​ຄຳນືງ​ເຖີງຄວາມ​ເສັຽຫາຍ ​ທາງ​ດ້ານ ​ຊັພຍາກ​ອນ ທັມມະ​ຊາຕນັ້ນ.