ບໍຣິສັທອັງກິດຕຣຽມເຈາະ ບໍ່ນ້ຳມັນແຂວງສາຣະວັນ
ບໍຣິສັທຊາລາແມນເດີຣ໌ ເອັນເນີຣ໌ຈີ ກຣູ໊ປ (Salamander Energy Group) ຂອງອັງກິດ ຈະເຣີ່ມຂຸດເຈາະ ບໍ່ນ້ຳມັນດິບແລະກ໊າສທັມຊາຕ ຢູ່ແຂວງສາຣະວັນໃນຕົ້ນປີໜ້ານີ້.
-
ຫວາດ ສີມູນ
2009-11-20 -
-
-
Your browser doesn’t support HTML5 audio
ພາຍຫລັງທີ່ມີກາຣສຳຣວຈ ເບິ່ງຄວາມເປັນໄປໄດ້ກວ່າ 2 ປີຜ່ານມາ ດັ່ງເຈົ້າໜ້າທີ່ແຜນກ ພະລັງງານແລະບໍ່ແຮ່ ປະຈຳແຂວງສາຣະວັນ ໄດ້ກ່າວວ່າ:
“ບົດຣາຍງານປະຈຳເດືອນ ພຶສຈິກາປີນີ້ເນາະ ຖືວ່າດຽວນີ້ ຄວາມຄືບໜ້າຂອງໂຄງກາຣ ຖືວ່າຕົ້ນເດືອນມັງກອນ (ມົກກະຣາ) ຈະໄດ້ດໍາເນີນກາຣເຈາະ ກາຣດຳເນີນກາຣເຂົາເຮັດ Seismic ສຳຣວຈທາງທໍຣະນີຟີສິກ ໃຊ້ຣະເບີດນ໋າ ເຂົາເຮັດມາແລ້ວ 2 ປີເນາະ ຖືວ່າໃນຂັ້ນຕົ້ນນ໋ະ ຖືວ່າເຂົາເຮັດແລ້ວໝົດແລ້ວ”.
ເຈົ້າໜ້າທີ່ລາວທ່ານນີ້ ໄດ້ໃຫ້ກາຣຊີ້ແຈງເພີ່ມວ່າ ຈຸດທີ່ທາງບໍຣິສັທຈະເຣີ່ມ ກາຣຂຸດເຈາະບໍ່ນ້ຳມັນ ແລະ ກ໊າສທັມຊາຕໃນປີໜ້ານີ້ນັ້ນ ຢູ່ໃນເຂຕບໍຣິເວນ ເມືອງລະຄອນເພັງ ແຂວງສາຣະວັນ ຊຶ່ງປັຈຈຸບັນນີ້ ທາງເຈົ້າໜ້າທີ່ບໍຣິສັທ ກໍໄດ້ນຳເອົາ ເຄື່ອງອຸປກອນຕ່າງໆ ເຂົ້າມາຈາກປະເທສໄທຽແລ້ວ ແລະທ່ານກໍວ່າ ເຖິງແມ່ນກາຣສຳຣວຈ ໄດ້ຜ່ານໄປແລ້ວກໍຕາມ ແຕ່ທາງບໍຣິສັທ ກໍຍັງບໍ່ໄດ້ເປີດເຜີຽ ເຖິງປະຣິມານ ຂອງນ້ຳມັນດິບແລະກ໊າສທັມຊາຕ ທີ່ຈະສາມາດນຳອອກມາ ໄດ້ແຕ່ປະກາຣໃດ.
ເຖິງຢ່າງໃດກໍຕາມ ເພື່ອຫລຸດຜ່ອນກາຣນຳເອົາ ນ້ຳມັນເຊື້ອເພີງຈາກ ຕ່າງປະເທສເຂົ້າເມືອງລາວ ທີ່ມີເຖິງ 100% ເທົ່າປັຈຈຸບັນນີ້ນັ້ນ ທາງກາຣລາວມີກາຣ ສົ່ງເສີມດ້ານກາຣ ຜລິຕນ້ຳມັນໄບໂອດີແຊລ ຫລາຍຂຶ້ນເພື່ອຫວັງ ໃຫ້ໄດ້ເຖິງ 30% ຂອງປະຣິມານທີ່ຕ້ອງ ກາຣທັງໝົດພາຍ ໃນປີ 2020.