ທາງການ ສປປລາວ ແນະນຳ ບໍຣິສັດ ຂຸດຄົ້ນແຮ່ທາດ ໃຫ້ປົກປ້ອງ ສິ່ງແວດລ້ອມ

ຫ້ອງການສີ່ງແວດລ້ອມ ສປປລາວ ແນະນຳໃຫ້ ບໍຣິສັດ ພູເບັ້ຽມາຍນີ໊ງ ທີ່ຈະທຳການ ຂຸດແຮ່ ທາດຄຳແລະເງີນ ໃນເຂດບ້ານ ຫ້ວຍຊາຍ ໃຫ້ມີແຜນການ ປົກປ້ອງສີ່ງແວດລ້ອມ.

ຫ້ອງການ ສີ່ງແວດລ້ອມ ສປປລາວ ແນະນຳ ໃຫ້ບໍຣິສັດ ພູເບັ້ຽມາຍນີ໊ງ ໃຫ້ມີແຜນການ ປົກປ້ອງ ສີ່ງແວດລ້ອມ ໃນການຂຸດຄົ້ນ ແຮ່ທາດຄຳ ແລະ ເງີນ ແຫ່ງໃຫມ່ ໃນເຂດບ້ານຫ້ວຍຊາຍ ທີ່ອາດຈະສົ່ງ ຜົລກະທົບ ຕໍ່ສີ່ງແວດລ້ອມ ຖ້າບໍ່ມີແຜນການ ຄວບຄຸມ ເພາະທີ່ຜ່ານມາ ບໍຣີສັດ ບໍ່ເອົາໃຈໃສ່ ເທົ່າທີ່ຄວນ.

ດັ່ງເຈົ້າຫນ້າທີ່ ຈາກຫ້ອງການ ດັ່ງກ່າວ ທ່ານນື່ງເວົ້າວ່າ:

"ບ້ານຫ້ວຍຊາຍນີ້ ກໍ່ມີ ແຕ່ຢາກຮຽກຮ້ອງ ໃຫ້ຂະເຈົ້າຫັ້ນ ຄວບຄຸມເຣື້ອງບັນຫາ ຜົລກະທົບ ຕໍ່ສີ່ງແວດລ້ອມນີ້ ໃຫ້ມັນໄດ້ ມາຕຖານ ຢາກໃຫ້ບໍຣິສັດ ນີ້ແກ້ໄຂຕົວນີ້ ເປັນຈຸດໃຫຍ່ ເພາະວ່າພວກເຮົາ ນີ້ກໍ່ໜັກໃຈ ພໍສົມຄວນ ຫນັກໃຈເຣື້ອງ ປາກົດການ ມັນເຮັດໃຫ້ມີ ຜົລກະທົບ ຕໍ່ສະພາບແວດລ້ອມ."

ທ່ານກ່າວ ຕໍ່ໄປວ່າ ໂຄງການ ບໍ່ແຮ່ໃຫມ່ທີ່ ບໍຣິສັດພູເບັ້ຽ ກຳລັງ ຈະທຳການຂຸດຄົ້ນ ກໍ່ແມ່ນບໍ່ຄຳ ແລະເງີນ ທີ່ບ້ານຫ້ວຍຊາຍ ແຂວງວຽງຈັນ ຫ່າງຈາກບໍ່ພູຄຳ ທີ່ເປັນບjອນ ທີ່ບໍຣິສັດ ຂຸດຄົ້ນມາແລ້ວ ປະມານ 25ກິໂລແມດ.

ໃນການຂຸດຄົ້ນ ບໍ່ໃຫມ່ ຫ້ອງການ ສະພາບແວດລ້ອມ ຕ້ອງການ ບໍຣິສັດພູເບັ້ຽ ບຳບັດ ຄວາມເສັຽຫາຍ ຕໍ່ສີ່ງແວດລ້ອມ ທີ່ບໍ່ພູຄຳກອ່ນ, ທ່ານກ່າວກ່ຽວກັບ ການຟື້ນ ຟູ ສະພາບແວດລ້ອມ ທີ່ພູຄຳວ່າ:

"ຕົວນີ້ພວກເຮົາ ຕ້ອງໄດ້ເບີ່ງຄືນ ຕາມແຜນການແລ້ວ ຢູ່ໃນບົດ ປະເມີນຜົລກະທົບ ຕໍ່ສີ່ງແວດລ້ອມ ຈະຕ້ອງມີການ ບຳບັດແຫລະ ມີການຟື້ນຟູ ສະພາບແວດລ້ອມ ຄືນຕາມຣະຍະ ເວລາທີ່ໄດ້ ກຳນົດກັນ ໃວ້ຫັ້ນ ມີບົດປະເມີນ ຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ສັນຍາ ກັບຣັຖບານ."

ອີງຕາມລາຍງານ ຈາກສຳນັກ ຂ່າວສານ ວຽງຈັນທາຍ ເມື່ອວັນທີ 12 ຕຸລາ ໂຄງການບໍຄຳ ແລະ ເງີນທີ່ບ້ານ ຫ້ວຍຊາຍ ແຂວງວຽງຈັນ ຄາດວ່າ ຈະໃຫຍ່ກວ່າ 5 ເທົ່າຂອງບໍ່ຄຳ ທີ່ພູຄຳ ອາດຈະສາມາດ ຜລິດທາດຄຳໄດ້ ນື່ງແສນ ຫານື່ງແສນ 3ຫມື່ນອາວຊ ຕໍ່ປີແລະ ທາດເງີນປະມານ 7-8 ແສນອາວຕໍ່ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org