ການລັກຕັດໄມ້ຍັງມີຢູ່ ໃນພາກເໜືອຂອງລາວ
ເຖິງແມ່ນວ່າ ທາງການລາວ ຈະມີມາຕການ ໃນການຄຸ້ມຄອງ ແລະກວດກາ ປ່າໄມ້ ຢ່າງເຂັ້ມງວດ ແຕ່ການລັກ ຕັດໄມ້ ທໍາລາຍປ່າ ຍັງມີຫລາຍຢູ່ ໂດຍສະເພາະ ຢູ່ບາງແຂວງ ທາງພາກເໜືອ ຂອງລາວ.
-
ໂພໄຊສວັດ
2010-08-19 -
-
-
Your browser doesn’t support HTML5 audio
ອີງຕາມລາຍງານ ຂອງກະຊວງ ກະສິກັມ ແລະປ່າໄມ້ ລາຍງານ ເປີດເຜີຍວ່າ ກຸ່ມລັກຕັດໄມ້ ຍັງມີການ ເຄື່ອນໄຫວ ຫລາຍຢູ່ ໃນແຂວງ ໄຊຍະບຸຣີ ແລະແຂວງ ຫລວງພຣະບາງ ຊຶ່ງໄມ້ທີ່ໄດ້ ລັກຕັດ ແລະກວດພົບ ເປັນໄມ້ທີ່ ມີຄ່າຫາຍາກ ແລະຫວງຫ້າມ ລະດັບຊາດ.
ລາຍງານ ເປີດເຜີຍວ່າ ພາຍໃນເດືອນ ສິງຫາ 2010 ເຈົ້າໜ້າທີ່ທາງ ການສາມາດ ຈັບຍຶດໄມ້ທີ່ ຖືກລັກຕັດ ແລະເຄື່ອນຍ້າຍ ຢ່າງຜິດກົດໝາຍ ໄດ້ເຖີງ 5 ກໍຣະນີ. ຕົວຢ່າງຢູ່ ແຂວງຫລວງພຣະບາງ ເຈົ້າໜ້າທີ່ ໄດ້ຍຶດໄມ້ ແຕ້ຄຳ ໄດ້ຈຳນວນ 167 ໂຕ ມີປະມານ 2,642 ແມັດກ້ອນ. ຢູ່ແຂວງ ໄຊຍະບຸຣີ ກໍຍຶດໄມ້ ເສີດຣະບຽບ ໄດ້ຈຳນວນ 19 ທ່ອນ ມີປະມານ 14,888 ແມັດກ້ອນ ພ້ອມກັບ ໄມ້ແປຮູບ 54 ຕັບມີປະມານ 1,945 ແມັດກ້ອນ. ໃນຈຳນວນ ນີ້ມີໄມ້ ຄຳພີ້ 30 ຕັບ ແລະໄມ້ດູ່ 24 ຕັບ. ນອກນັ້ນທາງການ ຍັງໄດ້ຍຶດ ໄມ້ຍາງ ຜິດກົດໝາຍ ຢູ່ໂຮງເລື່ອຍ ບ້ານສວນແຂວງ ໄຊຍະບຸຣີ ຈຳນວນ 9 ທ່ອນມີປະມານ 13,635 ແມັດກ້ອນ.
ປັດຈຸບັນນີ້ ເຈົ້າໜ້າທີ່ ຍັງສືບສວນ ຄະດີ ການລັກຕັດໄມ້ ແລະເຄື່ອນຍ້າຍ ໄມ້ຜິດກົດໝາຍ ດັ່ງກ່າວນີ້ຢູ່.ເຈົ້າໜ້າທີ່ ທາງການລາວ ຜູ້ນຶ່ງທີ່ບໍ່ ປະສົງອອກຊື່ ບອກກັບ ຜູ້ສື່ຂ່າວ ເອເຊັຍເສຣີ ວ່າ ແຕ່ເກົ່າມາຫລັງ ຄະດີໄມ້ເຖື່ອນ ມີຫລາຍຄະດີ ແລະ ມີການຈັບກຸມ ຜູ້ກະທຳຜິດ ຊຶ່ງບາງ ກໍຣະນີ ກໍມີເຈົ້າໜ້າທີ່ ພະນັກງານ ທ້ອງຖິ່ນກ່ຽວຂ້ອງ ຮ່ວມຢູ່ນຳ ແຕ່ປາກົດວ່າ ເຈົ້າໜ້າທີ່ ທີ່ພົວພັນ ໃນຄະດີ ບໍ່ໄດ້ຖືກ ລົງໂທດ ແຕ່ຢ່າງໃດ ສ່ວນຄະດີ ກໍຄ່ອຍໆ ມິດງຽບໄປໂດຍ ບໍ່ມີຂໍ້ສລຸບ.