ການຂຸດຄໍາເຮັດໃຫ້ ລໍານໍ້າເປັນພິດ

ຊາວບ້ານທີ່ ແຂວງອັດຕະປື ປະນາມການ ຂຸດຄົ້ນບໍ່ຄໍາ ທີ່ເຮັດໃຫ້ ລໍານໍ້າ ເປັນພິດຈາກ ສານເຄມີ.

ຊາວບ້ານທີ່ແຂວງ ອັດຕະປື ໄດ້ຕູ່ຫາ ບໍຣິສັດ ຂຸດຄົ້ນແຮ່ຄຳ ໃນເຂດດັ່ງກ່າວ ທີ່ເຮັດໃຫ້ລໍາ ນ້ຳເຊຂະຫມານ ເປິເປື້ອນໄປດ້ວຍ ສານພິດ ອິງຕາມລາຍງານ ຂອງ Earthtimes.org ທີ່ອ້າງຕາມການ ລາຍງານຂອງ ສື່ມວລຊົນພາກຣັຖ ສປປລາວ.

ລາຍງານແຈ້ງວ່າ ນ້ຳໃນລໍານ້ຳ ເຊຂະຫມານ ຂຸ່ນບໍ່ໃສສະອາດ ແບບແຕ່ກ່ອນມາ ໄດ້ກວ່າສອງປີແລ້ວ ສົ່ງຜົລກະທົບ ຕໍ່ການດຳຣົງ ຊີວິດ ຂອງປະຊາຊົນ ຜູ້ທີ່ອາສັຍ ຫາກິນຈາກລໍານ້ຳ ສາຍນີ້ ຫນັງສືພີມ ວຽງຈັນທາມສ ລາຍງານ. ເຈົ້າແຂວງໆ ອັດຕະປື ທ່ານ ຄຳພັນ ພົມມະທັດ ຍອມຮັບວ່າ ທາງການແຂວງ ໄດ້ຖືກປະນາມ ຈາກຊາວບ້ານຫຼາຍ ເທື່ອແລ້ວທີ່ວ່າ ໄດ້ຮັບຜົລກະທົບ ຈາກການ ຂຸດຄົ້ນແຮ່ຄຳ ຕາມລຳນ້ຳ.

ທ່ານວ່າ ປະຊາຊົນທ້ອງຖິ່ນ ທີ່ແຂວງ ອັດຕະປື ເວົ້າວ່າ ການຂຸດຄົ້ນແຮ່ທາດ ໃນແຂວງອັດຕະປື ສົ່ງຜລົກະທົບ ຕໍ່ຣະບົບນິເວດ ຕາມລຳແມ່ນ້ຳ ແລະ ກຸ່ມດ່ັງກ່າວ  ສະແດງຄວາມ ຢ້ານກົວທີ່ວ່າ ສານເຄມີທີ່ ໄຫລລົງສູ່ລໍານ້ຳ ຈະສ້າງຄວາມເສັຽຫາຍ ໃນຣະຍະຍາວ.

ທ່ານຍັງບອກອີກວ່າ ກຸ່ມຂຸດຄົ້ນຄຳ ຕາມລຳແມ່ນ້ຳ ທີ່ບໍ່ໄດ້ຮັບ ອະນຸຍາດ ອາດໃຊ້ສານເຄມີ ທີ່ເປັນອັນຕຣາຍ ໃນການຂຸດຄົ້ນ ແລະຟອກຄຳ ດັ່ງສານ Mercury. ທ່ານເຈົ້າແຂວງ ຍັງກ່າວຢືນຢັນວ່າ ຍັງບໍ່ມີຂໍ້ມູນ ໃດໆທີ່ອ້າງວ່າ ມີສັດນ້ຳເສັຽຊີວິດ ຍ້ອນເຫດການ ດັ່ງກ່າວເທື່ອ ທ່ານໄດ້ຮຽກຮ້ອງ ໃຫ້ປະຊາຊົນ ທ້ອງຖີ່ນໃຫ້ຢູ່ ໃນຄວາມສງົບ ຖ້າມກາງຜົລຂອງ ການວິຈັຍກ່ຽວກັບ ຣະດັບຄວາມເປິເປື້ອນ ຈາກສານເຄມີ ຈະຖືກເປີດເຜີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org