ພະລັງງານເຂື່ອນ ຫລືປາໃຫຍ່
ສປປ ລາວ ອາຈສູນເສັຽ ພັນປາໃຫຍ່ ໃນແມ່ນໍ້າຂອງ ເພື່ອແລກປ່ຽນ ກັບພະລັງງານ ຣາຄາຖືກ.
-
ຈະເຣີນສຸກ
2010-09-27 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ສປປ ລາວ ປະຕິເສດ ຄໍາຮຽກຮ້ອງ ໃຫ້ຢຸດເຊົາ ໂຄງການ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ເຖິງແມ່ນວ່າ ຈະມີຄວາມສ່ຽງ ຕໍ່ການສູນເສັຽ ພັນປານໍ້າຈືດ ທີ່ໃຫ່ຽທີ່ສຸດ ໃນໂລກ, ອີງຕາມລາຍງານຂ່າວ ໃນເວັບໄຊທ໌ ອັງກິດ ໃນມື້ວັນທີ 27 ກັນຍາ ນີ້.
ຂໍ້ຄວາມທີ່ລົງ ໃນເວັບໄຊທ໌ ໂດຍ ທ່ານ Peter Headley ເວົ້າວ່າ ໃນຄວາມ ພຍາຍາມ ຜລິດພະລັງງານ ໃນຣາຄາຖືກ ສໍາລັບການພັທນາ ເສຖກິດນັ້ນ ທາງການລາວ ບໍ່ເອົາຫົວຊາ ຕໍ່ຄໍາຮຽກຮ້ອງ ໃຫ້ຢຸດເຊົາ ໂຄງການສ້າງເຂື່ອນ ໃສ່ລຸ່ມ ແມ່ນໍ້າຂອງ ແລະ ມີແຜນຈະດໍາເນີນ ໂຄງການດັ່ງກ່າວ.
ຣາຍງານ ອະທິບາຍ ຕື່ມວ່າ ສປປ ລາວ ປະເຊີນກັບການ ປະທ້ວງ ຈາກກຸ່ມ ອົງການອານຸຮັກ ສາກົນ ໃນຂນະທີ່ລາວ ກໍາລັງ ຫາການສນັບສນູນ ຈາກພູມີພາກ ເພື່ອດໍາເນີນ ໂຄງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ. ການສເນີ ສ້າງເຂື່ອນກັ້ນ ແມ່ນໍ້າຂອງ ທີ່ມີຄວາມຍາວ 800 m ຈະເປັນພັຍຂົ່ມຂູ່ ປາຝາໄລ ແລະ ປາອື່ນໆ, ແຕ່ຣັຖບານ ພັດວ່າ ຄວາມສ່ຽງ ທາງດ້ານ ສິ່ງແວດລ້ອມ ມີນ້ອຍກ່ວາຜົນໄດ້ ທາງດ້ານເສຖກິດ.
ລາຍງານ ໄດ້ອ້າງໃສ່ຄໍາເວົ້າ ຂອງທ່ານ ວິຣະພອນ ວິຣະວົງ ເອກອະທິບໍດີກົມ ພະລັງງານ ແລະ ບໍ່ແຮ່ ຂອງລາວ ທີ່ເວົ້າວ່າ ຖ້າຫາກ ສປປ ລາວ ຕ້ອງການເສຖກິດ ທີ່ຂຍາຍໂຕ, ສປປ ລາວ ຕ້ອງສ້າງ ເຂື່ອນຜລິດ ກະແສໄຟຟ້າ ແລະວ່າ ປະເທດລາວ ບໍ່ຕ້ອງການ ຄວາມທຸກຍາກ ອີກຕໍ່ໄປ.
ຂໍ້ສເນີ ຂອງທາງການລາວ ຕໍ່ກັມມາທິການ ແມ່ນໍ້າຂອງ ຫລື MRC ທີ່ວ່າ ຈະສ້າງເຂື່ອນ ຜລິດກະແສ ໄຟຟ້າ ຂນາດ 1,260 mw ຢູ່ທີ່ແຂວງ ໄຊຍະບຸຣີ ຊື່ງລາວຫວັງວ່າ ຈະສ້າງລາຍໄດ້ ເປັນເງິນຕຣາ ຕ່າງປະເທດ. 90% ຂອງໄຟຟ້າ ທີ່ຜລິດ ຈາກເຂື່ອນແຫ່ງນີ້ ຈະສົ່ງໄປຂາຍ ໃຫ້ ວຽດນາມ ກໍາພູຊາ ແລະ ປະເທດໄທ.