ຊາວບ້ານລັກຕັດໄມ້ ໃນແຂວງຜົ້ງສາລີ

ຢູ່ແຂວງຜົ້ງສາລີ ປະຊາຊົນ ຍັງລັກລອບ ຕັດໄມ້ຂາຍ ໃຫ້ຄົນຈີນ.

ກ່ຽວກັບບັນຫາ ທີ່ປະຊາຊົນ ລັກລອບຕັດໄມ້ ໃນແຂວງຜົ້ງສາລີ ຍັງເກີດຂຶ້ນຢູ່  ຊຶ່ງທີ່ຜ່ານມາ ໄດ້ແກ້ໄຂດ້ວຍ ການຈັດສັນພື້ນທີ່ປ່າ ສົ່ງຜົລໃຫ້ແຂວງ ມີພື້ນທີ່ປ່າໄມ້ ເພີ່ມຂຶ້ນ. ຕາມຄໍາເວົ້າຂອງ ທ່ານທອງສະຫວັນ ທັມມະວົງສາ ຫົວໜ້າຜແນກ ກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ:

"ກໍເປັນຂະບວນ ໃຫຍ່ນີ້ ກໍຈະບໍ່ມີເນາະ ມີແຕ່ ຂອງປະຊາຊົນ ແບບເລັກໆນ້ອຍໆ ກໍແບບໃຊ້ເລື່ອຍມື ນີ້ປາດເອົາ ກໍບໍ່ຮອດ 10 ແມັທກ້ອນດອກ ກໍມີປາກົດການ ເລັກໆນ້ອຍໆ".

ຕັ້ງແຕ່ປີ 2009 ມາ ແຂວງຜົ້ງສາລີ ໄດ້ແກ້ໄຂບັນຫາ ດ້ວຍການຈັດສັນ ປະເພດປ່າ ຕາມນະໂຍບາຍ ຂອງຣັຖບານ ແບ່ງອອກເປັນເຂດ ປ່າສງວນ ປ່າປ້ອງກັນ ປ່າຜລິດ. ເຂດໃດທີ່ເປັນ ພື້ນທີ່ເປົ່າວ່າງ ເປັນປ່າຊຸດໂຊມ ກໍໄດ້ທໍາການ ຟື້ນຟູ. ນອກຈາກນັ້ນ ກໍມີການ ທໍາພິທີບວດປ່າ ເພື່ອບໍ່ໃຫ້ ປະຊາຊົນ ເຂົ້າໄປຕັດໄມ້    ໃນເຂດອະນຸຮັກ ເຮັດໃຫ້ມີພື້ນທີ່ ປ່າໄມ້ເພີ່ມຂຶ້ນ ແລະ ມາໃນປັຈຈຸບັນ ຖືວ່າ ແຂວງຜົ້ງສາລີ ມີປ່າສງວນ ແຫ່ງຊາດ 1 ແຫ່ງ ພື້ນທີ່ 222 ພັນເອັກຕາຣ  ແລະປ່າສງວນ ຂອງແຂວງອີກ 5 ແຫ່ງ  ປ່າສງວນ ຂອງເມືອງ 4 ແຫ່ງ. ທ່ານກ່າວວ່າ:

"ກໍຖືວ່າ ດຽວນີ້ ພື້ນທີ່ປ່າໄມ້ ກໍເພີ່ມຂຶ້ນ ຫລາຍແລ້ວ ແຕ່ປີ 2003 ໜີ້ ເຮົາມີເນື້ອທີ່ ປ່າໄມ້ ແຕ່ 23.75% ແລະມາເຖິງປີນີ້ ໄດ້ຮອດ 58% ແລ້ວ".

ໃນລະຍະ ທີ່ຜ່ານມາ ພົບວ່າ ປະຊາຊົນ ໃນແຂວງຜົ້ງສາລີ ມັກລັກລອບຕັດໄມ້ ເພື່ອນໍາໄປຂາຍ ໃຫ້ຄົນຈີນ ແລະພື້ນທີ່ ທີ່ພົບສ່ວນຫລາຍ ກໍຄືເມືອງບຸນເໜືອ ເມືອງບຸນໃຕ້ ແລະເມືອງຍອດອູ.

ນອກຈາກບັນຫາ ການລັກລອບຕັດໄມ້ ໂດຍປະຊາຊົນແລ້ວ ໃນແຂວງຜົ້ງສາລີ ຍັງພົບບັນຫາ ການຕັດໄມ້ ໂດຍໂຄງການ ລົງທຶນ ຊຶ່ງເປັນບັນຫານຶ່ງ ທີ່ໄດ້ນໍາສເນີ ເຂົ້າສູ່ ກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ 9 ຊຸດທີ 6 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org