ແຂວງຫົວພັນ ໃຫ້ນັກລົງທຶນ ສໍາຣວດແຮ່ທາດ
ແຂວງຫົວພັນ ເປີດໃຫ້ ເອກກະຊົນ ຈີນແລະວຽດນາມ ເຂົ້າສໍາຣວດ ແຫຼ່ງແຮ່ທາດ ພາຍໃນແຂວງ.
-
ມະນີຈັນ
2010-06-25 -
-
-
Your browser doesn’t support HTML5 audio
ກຸ່ມເອກກະຊົນ ຈາກປະເທດຈີນ ແລະວຽດນາມ ຫລາຍບໍຣິສັດ ໄດ້ຮັບອະນຸຍາດ ຈາກທາງການລາວ ໃຫ້ເຂົ້າສໍາຣວດ ຄວາມເປັນໄປໄດ້ ໃນການຂຸດຄົ້ນ ແຫຼ່ງແຮ່ທາດ ໃນທົ່ວແຂວງ ຫົວພັນ. ຈາກຂໍ້ມູນຜແນກ ພລັງງານແລະບໍ່ແຮ່ ແຂວງຫົວພັນ ມີຈຸດປາກົດ ເປັນແຫລ່ງແຮ່ທາດ ຈໍານວນຫລວງຫລາຍ ທີ່ຈະເຮັດໃຫ້ ເອກກະຊົນ ທີ່ສົນໃຈ ເຂົ້າມາສໍາຣວດ ຄວາມເປັນໄປໄດ້ ໃນການພັທນາ ໂຄງການໄດ້ອີກ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ທ່ານນຶ່ງ:
"ທັງໝົດ ຢູ່ແຂວງຫົວພັນນີ່ ມັນມີ 69 ຈຸດ ປາກົດແຮ່ທາດ ມີ 22 ຊນິດແຮ່ທາດ ບໍ່ກົ່ວ ບໍ່ຊືນ ບໍ່ທອງແດງ ບໍ່ເຫລັກ ແຕ່ວ່າຣັຖບານ ອະນຸຍາດໃຫ້ ບໍຣິສັດຄົນຈີນ ກັບວຽດນາມ ໄປ 13 ບໍຣິສັດແລ້ວ".
ໃນລະຍະຫລາຍປີ ຜ່ານມາ ມີເອກກະຊົນ ຈາກຈີນແລະວຽດນາມ ໄດ້ເຂົ້າມາຂໍ ສໍາຣວດ ຊອກຄົ້ນແຮ່ທາດ ບໍ່ໄດ້ຂາດ ໂດຍເລັ່ງໃສ່ ການສໍາຣວດຫາແຮ່ໂລຫະ ຫລາຍກວ່າໝູ່ ເປັນຕົ້ນ ແມ່ນ ແຮ່ທອງ ແຮ່ເຫັລກ ແຮ່ກົ່ວ ເພື່ອທີ່ຈະເອົາ ນໍາແຮ່ທາດນັ້ນໆ ໄປເປັນວັຖຸດິບ ໃນໂຮງຈັກໂຮງງານ ໃນປະເທດຂອງ ເຂົາເຈົ້າ. ໃນ 8 ເມືອງທົ່ວແຂວງ ຫົວພັນ ມີຈຸດປາກົດ ແຮ່ທາດ ທີ່ສໍາຄັນ ເປັນຖ່ານຫີນ ແລະອື່ນໆ ຊຶ່ງທາງແຂວງ ກໍຍັງມີອີກ ຫລາຍພື້ນທີ່ ທີ່ຈະເປີດໃຫ້ ເອກກະຊົນ ທີ່ສົນໃຈເຂົ້າ ມາຂໍ ສໍາຣວດຊອກຄົ້ນໄດ້. ປັຈຈຸບັນ ມີໂຄງການຂຸດຄົ້ນ ແຮ່ທາດ ທີ່ດໍາເນີນການແລ້ວ ບໍ່ພໍເທົ່າໃດ ໂຄງການ. ທ່ານກ່າວຕໍ່ໄປວ່າ:
"ມີແຕ່ໂຄງການ ຂຸດຄົ້ນເຫລaກ ພວກອິນເດັຽ ເອົາແຮ່ເຫລັກ ສົ່ງອອກວຽດນາມ ກັບພວກແຮ່ ພາຣານາສ ແຕ່ວ່າເນື້ອທີ່ ມັນຍັງຫລາຍຢູ່ ເຂົາເອົາພື້ນທີ່ໄປ ແຕ່ສ່ວນ ນ້ອຍໆນຶ່ງຊື່ໆ".
ຢ່າງໃດກໍຕາມ ເຖິງແມ່ນວ່າ ການຊຸກຍູ້ໂຄງການ ຂຸດຄົ້ນແຮ່ທາດ ພາຍໃນແຂວງ ຈະນໍາມາຊຶ່ງ ຣາຍໄດ້ເຂົ້າຣັຖ ແຕ່ພາກສ່ວນກ່ຽວຂ້ອງ ກໍຄວນວາງແຜນ ຄຸ້ມຄອງ ໂຄງການ ທີ່ຈະເກີດຂຶ້ນ ໃຫ້ດີເພື່ອທີ່ ຈະເປັນກົລໄກ ໃນການກວດກາ ປ້ອງກັນຜົລກະທົບ ທີ່ອາຈຈະມີ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ ໃນອະນາຄົດ.