ໂຄງກາຣສ້າງໂຮງໄຟຟ້າ ຖ່ານຫີນລິກໄນຕ໌ ເມືອງຫົງສາ
ໂຮງໄຟຟ້າລິກໄນຕ໌ ເມືອງຫົງສາ ເຊັນສັນຍາຊື້-ຂາຍ ກັບກາຣໄຟຟ້າ ຝ່າຍຜລິຕແຫ່ງ ປະເທສໄທຽ.
-
ຫວາດ ສີມູນ
2010-04-07 -
-
-
Your browser doesn’t support HTML5 audio
ໂຄງກາຣກໍ່ສ້າງ ໂຮງໄຟຟ້າຖ່ານຫີນ ລິກໄນຕ໌ ເມືອງຫົງສາ ແຂວງໄຊຍະບຸຣີ ເຊັນສັນຍາຊື້-ຂາຍ ໄຟຟ້າ ກັບກາຣໄຟຟ້າ ຝ່າຍຜລິຕແຫ່ງ ປະເທສໄທຽ ຫລື Egat ເປັນທີ່ຮຽບຮ້ອຍ ໄປແລ້ວໃນມື້ ວັນທີ່ 2 ເມສາ ນີ້ ແລະທາງໂຄງກາຣ ກໍກຳລັງຕຣຽມ ກາຣໂຍກຍ້າຍ ປະຊາຊົນ ບໍ່ຕໍ່າກວ່າ 500 ຄອບຄົວທີ່ໄດ້ ຮັບຜົລກະທົບ ໄປຢູ່ ເຂຕຈັດສັນໃຫ້ໃໝ່ ດັ່ງເຈົ້າໜ້າທີ່ ທ່ານໜຶ່ງ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ສັນຍາຊື້ຂາຍໄຟນ໋ະ ເຊັນແລ້ວໃນ ວັນທີ່ 2 ຜ່ານມານ໋ະ ເຊັນ ເຊັນສັນຍາຊື້ຂາຍ ໄຟກໍສິແມ່ນເຣີ່ມ ເຂົ້າວຽກແທ້ແລ້ວ ປັຈຈຸບັນກໍໄດ້ ມີກາຣເປີດບໍ່ ທົດລອງ ບໍ່ນ້ອຍຫັ້ນບໍ່ໜຶ່ງ ແລ້ວ ກໍກຽມພື້ນຖານ ໂຄງຮ່າງເພື່ອກະກຽມ ໃນກາຣກໍ່ສ້າງ ຫັ້ນແຫລະ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ແຈ້ງເພີ່ມວ່າ ສັນຍາກາຣຊື້ຂາຍ ດັ່ງກ່າວ ມີອາຍຸ 25 ປີ ໂດຽເຣີ່ມຈາກ ມື້ວັນທີ່ໆໂຮງໄຟຟ້າ ເຣີ່ມດຳເນີນກາຣ ຜລີຕ ຊຶ່ງຄາດວ່າ ຈະໃຫ້ສາມາດ ຜລິຕໄດ້ ພາຍໃນປີ 2015. ກາຣໄຟຟ້າຝ່າຍຜລິຕ ແຫ່ງປະເທສໄທຽ ຈະເປັນຜູ້ຮັບຊື້ ໄຟຟ້າຈາກໂຄງ ກາຣດັ່ງກ່າວຈຳນວນ 1,473 ເມກະວັຕ ແລະ ຫລັງຈາກນັ້ນ ທາງບໍຣິສັທ ຍັງມີແຜນທີ່ ຈະເຈຣະຈາ ຊື້ຂາຍໄຟຟ້າ ຈຳນວນ 100-175 ເມກະວັຕ ໃຫ້ກັບ ຣັຖວິສາຫະກິຈ ໄຟຟ້າລາວນຳດ້ວຍ.
ສໍາຫລັບໂຄງກາຣ ໂຍກຍ້າຍ ປະຊາຊົນທີ່ໄດ້ ຮັບຜົລກະທົບ ໄປຢູ່ບ່ອນຈັດສັນ ໃໝ່ນັ້ນ ທ່ານກໍວ່າ:
“ດຽວນີ້ ມັນກໍມີແຕ່ ກາຣກະກຽມໂຍກຍ້າຍ ບ່ອນທີ່ຈັດສັນ ປະຊາຊົນຫັ້ນແຫລະ 500 ກວ່າຄອບຄົວ ຢູ່ທາງເຂຕນາປຸງ ຂອງເມືອງຫົງສາ ຫັ້ນແຫລະ ເປັນຕົ້ນແມ່ນ ເຮັດຕາຂ່າຍໄຟຟ້າ ໄປເຂຕທີ່ຈະ ໂຍກຍ້າຍ ປະຊາຊົນຫັ້ນ ແລ້ວກໍ ກໍ່ສ້າງເສັ້ນທາງ ອີຫຍັງຫັ້ນນ໋ະ ກະກຽມຕຣົງນັ້ນດອກ”.
ໂຄງກາຣກໍ່ສ້າງ ໂຮງໄຟຟ້າລິກໄນຕ໌ ດັ່ງກ່າວ ເປັນກາຣລົງທຶນ ຣະຫວ່າງບໍຣິສັທ ບ້ານປູຈຳກັດ (ມະຫາຊົນ) ກັບບໍຣິສັທ ຣາຊບຸຣີໂຣລດີ໊ງ ຈຳກັດ (ມະຫາຊົນ) ຝ່າຍລະ 40% ແຕ່ອີກ 20% ເປັນກາຣຖືຫຸ້ນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ຊຶ່ງທັງໝົດເປັນ ໂຄງກາຣຜລິຕ ກະແສໄຟຟ້າ ໂດຽກາຣໃຊ້ ຖ່ານຫີນລິກໄນຕ໌ ເປັນເຊື້ອເພີງ ທີ່ວ່າ ຈະສາມາດຜລິຕ ກະແສໄຟຟ້າໄດ້ ປະມານ 1,878 ເມກະວັຕ.