ການຂຸດຄຳ ຢູ່ຊຽງຂວາງ ທຳລາຍສິ່ງແວດລ້ອມ

ການຂຸດຄົ້ນແຮ່ຄຳ ຢູ່ແຂວງຊຽງຂວາງ ທຳລາຍສິ່ງແວດລ້ອມ ແລະ ສັດສາວາສິ່ງ.

ການຂຸດຄົ້ນແຮ່ຄຳ ໃນແຂວງຊຽງຂວາງ ສ້າງຄວາມເສັຍຫາຍ ໃຫ້ສິ່ງແວດລ້ອມ ແລະ ສັດສາວາສິ່ງ ຢ່າງຫລວງຫລາຍ, ຍ້ອນວ່າມີສານເຄມີ ທີ່ໃຊ້ໃນການຂຸດຄົ້ນ ນັ້ນເປັນອັນຕະຣາຍ ແລະຕົກຄ້າງຢູ່.

ນອກຈາກນີ້ ການລັກຂຸດຄົ້ນແຮ່ຄຳ ຍັງຜິດກົດໝາຍອີກ ສຳລັບປະຊາຊົນ ທີ່ລັກຂຸດຄົ້ນໃນເຂດ ສັມປະທານຂອງບໍລິສັດ ທີ່ໄດ້ຮັບອະນຸຍາດ. ດັ່ງທ່ານ ຣັງສີ ສີບຸນເຣືອງ ຮອງອັຍການປະຊາຊົນ ສູງສຸດໄດ້ເວົ້າ ໃນກອງປະຊຸມ ກ່ຽວກັບວຽກງານ ຂອງອັຍການປະຊາຊົນ ທົ່ວປະເທດ ຢູ່ນະຄອນຫລວງວຽງຈັນວ່າ:

"ລະເມີດກົດໝາຍບໍ່ແຮ່ ດ້ວຍການບຸກລຸກ ຂຸດຄົ້ນບໍ່ຄຳເປັນຕົ້ນ ເປັນຂະບວນທຳລາຍ ສິ່ງແວດລ້ອມ ດ້ວຍການເຮັດອ່າງແຮ່ຄຳ ດ້ວຍທາດເຄມີ ຢູ່ຫລາຍແຫ່ງ ຢູ່ແຂວງຊຽງຂວາງ ເຮັດໃຫ້ສັດຕາຍ ເປັນຈຳນວນຫລາຍ ພ້ອມທັງເຮັດໃຫ້ ສະພາບແວດລ້ອມ ເສັຽຫາຍຢ່າງໜັກໜ່ວງ".

ຢູ່ແຂວງຊຽງຂວາງ ມີໂຄງການຂຸດຄົ້ນແຮ່ຄຳ ຫລາຍໂຄງການ ນອກຈາກນີ້ກໍຍັງມີ ປະຊາຊົນຊາວບ້ານ ທີ່ໄປລັກລອບ ຂຸດຄົ້ນຄຳ ຢ່າງຜິດກົດໝາຍ ແລະມີການ ໃຊ້ສານເຄມີ ແບບບໍ່ຖືກຕ້ອງ. ໃນເວລາດຽວກັນ ທາງອຳນາດການປົກຄອງ ແຂວງຊຽງຂວາງ ກໍໄດ້ທຳການກວດກາ ຫ້າມບໍ່ໃຫ້ມີການ ລັກລອບຂຸດຄົ້ນ ແຮ່ຄຳດັ່ງກ່າວ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການປົກຄອງ ແຂວງຊຽງຂວາງຜູ້ນຶ່ງ ອະທິບາຍວ່າ:

"ອຳນາດປົກຄອງ ກໍມີແຕ່ຫ້າມ ບໍ່ໃຫ້ຂຸດ ຫ້າມຂະເຈົ້າລົງມາ ຫາກມີເຄື່ອງ ປັ່ນຄຳປັ່ນເອີ່ຍຫຍັງ ຂະເຈົ້າກໍຈະຍຶດເອົາໝົດ ຜູ້ໃດໄປຈັບໄປເຮັດ ຄັນຫາກເຕືອນສາມ ເທື່ອບໍ່ຟັງ ເຮົາຕັກເຕືອນສາມຄັ້ງ ຄັນບໍ່ຟັງ ກໍເອົາຄົນໄປເລີຍ".

ນາງກ່າວມ້ວນທ້າຍວ່າ ປະຊາຊົນທີ່ ລັກລອບເຂົ້າໄປຂຸດຄົ້ນ ໃນເຂດພື້ນທີ່ ສັມປະທານ ຂອງບໍຣິສັດ ເອກກະຊົນ ທີ່ໄດ້ຮັບການ ອະນຸຍາດຈາກ ຣັຖບານແລ້ວ ນັ້ນແມ່ນການກະທຳ ທີ່ຜິດກົດໝາຍ.

ເຖິງວ່າຈະຖືກຕັກເຕືອນ ແລະຫ້າມປາມ ແຕ່ກໍຍັງມີການ ລະເມີດຢູ່ເລື້ອຍໆ ຍ້ອນວ່າແຮ່ຄຳ ໃນພື້ນທີ່ມີຫລາຍ ແລະ ບາງຄັ້ງເຈົ້າໜ້າທີ່ ກໍບໍ່ສາມາດ ຈັບກຸມໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org