ຮຽກຮ້ອງໃຫ້ສືບສວນ ການຄ້າສັດປ່າໃນລາວ

ອົງການຮັກສາ ສັດປ່າ ຮຽກຮ້ອງໃຫ້ ອົງການ ສົນທິສັນຍາ ຫ້າມຄ້າຂາຍສັດ ທີ່ກໍາລັງ ສູນພັນຫລື CITES ໃຫ້ສືບສວນ ເບິ່ງການ ລັກລອບ ຂາຍສັດປ່າ ຈາກ ສປປລາວ ໄປ ວຽດນາມ ແລະ ຈີນ.

ລີງໃນເມືອງລາວ ທີ່ຖືກຈັບມາຈາກປ່າ ແລະນໍາໄປຂາຍ ຕາມຕລາດ AFP PHOTO/ HOANG DINH Nam

ເມື່ອບໍ່ດົນຜ່ານມາ ເຈົ້າໜ້າທີ່ ອົງການ ຮັກສາສັດປ່າ ທີ່ມີຊື່ວ່າ Buav ໄດ້ເຂົ້າໄປ ສຳຣວດ ແລະ ຖ່າຍວີດີໂອ ເອົາການລັກລອບ ຄ້າສັດປ່າ ຢູ່ລາວ ໂດຍສະເພາະ ການຄ້າລີງ.

ຮູບພາບເຫລົ່ານີ້ ສະແດງ ໃຫ້ເຫັນວ່າ ການລັກຈັບ ແລະ ຂາຍ ລີງຈາກລາວ ໄປວຽດນາມ ແລະ ຈີນ ມີຫລາຍ ໃນທຸກຫົນແຫ່ງ ໃນລາວ ປີນຶ່ງໆ ຫລາຍພັນໂຕ. ສປປລາວ ລົງນາມ ໃນສົນທິສັນຍາ ຫ້າມຄ້າສັດ ທີ່ຫາຍາກ ເມື່ອປີ 2004 ແຕ່ວ່າ ນັບແຕ່ປີນັ້ນມາ ລີງ ແລະ ທະນີ ຖືກຂາຍອອກ ຈາກລາວກວ່າ 20,000 ໂຕ.

ເຈົ້າໜ້າທີ່ ອົງການ ຮັກສາສັດປ່າ ສລຸບການ ສຳຣວດ ສັດປ່າ ຢູ່ລາວນັ້ນວ່າ ການລັກລອບ ຄ້າຂາຍສັດປ່າ ຢູ່ລາວ ເປັນການລະເມີດ ສົນທິສັນຍາ ຣະຫວ່າງ ທີ່ຫ້າມຄ້າສັດປ່າ ທີ່ຫາຍາກ. ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະປ່າໄມ້ ຂອງລາວເອງ ກໍຍອມຮັບວ່າ ທາງການລາວ ບໍ່ຮູ້ຈຳນວນລີງ ທັງໝົດ ທີ່ມີຢູ່ ໃນລາວ ແຕ່ຮູ້ວ່າ ນັບແຕ່ປີ 2003 ເປັນຕົ້ນມາ ລີງຫລາຍພັນໂຕ ຖືກລັກລອບ ຂາຍໄປ ປະເທດເພື່ອນບ້ານ. ລີງຈາກລາວ ສ່ວນນຶ່ງ ຖືກສົ່ງໄປ ເປັນສັດທົດລອງ ທາງດ້ານ ວິທຍາສາດ ຢູ່ສະຫະພາບ ຢູໂຣບ ແລະ ສະຫະຣັຖ ອະເມຣິກາ.

ນາງ Sarah Kite ຜູ້ອຳນວຍການ ໂຄງການພິເສດ ຂອງອົງການ ຮັກສາສັດປ່າ Buav ກ່າວວ່າ ອົງການ ຂອງນາງຢາກໃຫ້ ສປປລາວ ຢຸດຕິການ ຄ້າສັດປ່າ ຢ່າງໂຫດຮ້າຍນີ້ ຢ່າງສິ້ນເຊີງ ແລະ ຂໍຮຽກຮ້ອງ ໃຫ້ອົງການ ສົນທິສັນຍາ CITES ສືບສວນເບິ່ງ ການຄ້າສັດປ່າ ຈາກລາວ ໄປປະເທດ ເພື່ອນບ້ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org