ນ່ວຍໂທຣະສັບມືຖື ຈາກປະເທດຈີນ ທີ່ມີຂາຍ ໃນທ້ອງຕະລາດ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດ ມີໂທຣະສັບໄຊ້


2008.01.01

ນ່ວຍໂທຣະສັບມືຖື ຣາຄາຖືກ ຈາກປະເທດຈີນ ທີ່ມີຂາຍໃນທ້ອງຕະລາດ ຂອງລາວ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດມີໂທຣະສັບໄຊ້.

ທ່ານ ນິຍົມ ສະຫວັດວັດທະນາ ພໍ່ຄ້າຂາຍນ່ວຍໂທຣະສັບມືຖື ໃນຕະລາດ ນະຄອນ ຫລວງວຽງຈັນ ເປີດເຜີຽວ່າ ໂທຣະສັບມືຖື ຈາກປະເທດຈີນ ມີຣາຄາຖືກ ກ່ວານ່ວຍໂທຣະສັບມືຖ ືທີ່ຜລິດຈາກປະເທດອື່ນໆ ມັນເປັນການດີສຳລັບຄົນລາວ ທີ່ມີເງິນຫລາຍແລະມີເງິນນ້ອຍ ສາມາດ ມີນ່ວຍໂທຣະສັບ ເປັນຂອງຕົນເອງ ເພື່ອໄຊ້ໃນຍາມຕ້ອງການ.

(ສຽງ) "ຕົວຢ່າງດຽວນີ້ ຈີນລົງທຶນຫລາຍ ມີແຕ່ວ່າໂທຣະສັບ ກໍຫລຸດລົງ ແລ້ວກໍບໍ່ຈຳເປັນໄປຊື້ເບີແພງ."

ທ່ານວ່າ ຖ້າຫາກທຽບໃສ່ກັບເມື່ອ 8 ປີກ່ອນນັ້ນ ຜູ້ທີ່ສາມາດໄຊ້ ໂທຣະສັບມືຖື ໃນປະເທດລາວ ມີສະເພາະຄົນ ທີ່ມີລາຍໄດ້ສູງແດ່ ອີກປະການນຶ່ງ ການຊື້ເບີ ໂທຣະສັບ ກໍແພງເພາະວ່າການພັດທະນາ ການບໍຣິການ ແກ່ຜູ້ໄຊ້ເບີໂທຣະສັບ ກໍຍັງມີ ຂອບເຂດຈຳກັດຫລາຍ. ດຽວນີ້ການບໍຣິການ ເບີໂທຣະສັບກໍມີຫລາຍ ແລະດີຂື້ນ, ນ່ວຍໂທຣະສັບ ທີ່ຜລິດຈາກປະເທດຈີນ ກໍມີຣາຄາຖືກ ເຮັດໃຫ້ຄົນ ທຸກລະດັບລາຍໄດ້ ສາມາດຮັບບໍຣິການໂທຣະສັບ.

(ສຽງ) "ຕະກີ້ຊື້ 120 ດອນ ຫັ້ນດຽວນີ້ ບໍ່ຈຳເປັນແລ້ວ ດຽວນີ້ 50,000 ກີບ ເຂົາກໍເອົາເບີໃຫ້ ດຽວນີ້ແຕ່ລະຄົນ ເກືອບທຸກຄົນ ເຂົາກໍມີມືຖືໝົດແລ້ວ."

ພິເສດໄປກ່ວານີ້ ໄວລຸ້ນສ່ວນໃຫ່ຽ ມີໂທຣະສັບມືຖືເກືອບທຸກຄົນ. ຈາກການສຳຣວດ ຜູ້ໄຊ້ໂທຣະສັບ ທີ່ເປັນໄວລຸ້ນ 100 ຄົນ ຈະມີໄວລຸ້ນ ໄຊ້ໂທຣະສັບ 100 ຄົນ, ສ່ວນການສຳຣວດ ຜູ້ທຳງານ 100 ຄົນໃດ ຈະມີພຽງ 60 ຄົນເທົ່ານັ້ນ ທີ່ໄຊ້ໂທຣະສັບມືຖື. ຄາດວ່າ ຕະລາດການຄ້າ ໂທຣະສັບມືຖື ຈາກໄຕມາດ ທີ 4 ຂອງປີ 2007 ໄປຕຣອດປີ 2008 ຈະມີສູງຂື້ນເລື້ອຍໆ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.