ນໍ້າຖ້ວມ 4 ໂຕເມືອງ ແຂວງວຽງຈັນ

ຫລາຍໝູ່ບ້ານ ໃນ 4 ຕົວເມືອງ ຂອງແຂວງວຽງຈັນ ໄດ້ຮັບຄວາມເສັຽຫາຍ ຈາກພັຍນ້ຳຖ້ວມ ຢ່າງໜັກ.

ຣະດັບນໍ້າຂອງ ເພີ້ມຂຶ້ນສູງ ເຮັດໃຫ້ເກີດນໍ້າຖ້ວມ Photo by RFA

ແຫລ່ງຂ່າວທ້ອງຖີ່ໄດ້ແຈ້ງຕໍ່ທາງວິທຍຸເອເຊັຽເສຣີວ່າ: ​ເມື່ອທ້າຍສັບປະດາ ຜ່ານມານີ້ ທາງເຈົ້າໜ້າທີ່ກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣາຍງານ ກ່ຽວກັບຜົລກະທົບ ຈາກພັຍນ້ຳຖ້ວມ ຕາມເຂແຂວງວຽງຈັນຮວມເປັນທັງໝົດ ບໍ່ຕໍ່າກວ່າ 59 ໝູ່ບ້ານ ໃນເຂ 4 ຕົວເມືອງ​ ​ໂດຽສະເລັ່ຽ ມີພື້ນທີ່ໄດ້ຮັບຄວາມເສັຽຫາຍ ທາງດ້ານຜົລຜລິຢ່າງໜັກ ເກືອບຮອດ 2,000 ​ເຮັກຕ໊າຣ໌ ຊື່ງສ່ວນ​​ໃຫຍ່ ແມ່ນເນື້ອທີ່ ປູກເຂົ້າແລະ ສາລີ.

ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ​ເຂຕທີ່ໄດ້ຮັບຜົລກະທົບ ຫລາຍກວ່າໝູ່ ໝົດນັ້ນ ແມ່ນເມືອງທຸຣະຄົມ ທີ່ມີເນື້ອທີ່ ປູກເຂົ້າ ສາລີ ພ້ອມດ້ວຍ ສວນກ້ວຍ ໝາກຮຸ່ງ ແລະ ພືຊຜັກ ຕ່າງໆ ເສັຽຫາຍໄປຫລາຍກວ່າ 1,400 ​ເຮັກຕ໊າຣ໌ ຖັດລົງມາ ​​ແມ່ນເມືອງກາສີ ທີ່ມີ 18 ໝູ່ບ້ານ ໄດ້ຮັບຄວາມເສັຽຫາຍ ໃນພື້ນທີ່ປູກເຂົ້າ ແລະ ສາລີ ປະມານ 176 ​ເຮັກຕ໊າຣ໌.

ນອກຈາກນັ້ນ ຍັງມີ ທົ່ງ​​ໄຮ່ນາຕາກ້າ ໃນເຂເມືອງເຟືອງ ທີ່ໄດ້ຮັບຄວາມເສັຽຫາຍໄປບໍ່ຕໍ່າກວ່າ 158 ​ເຮັກຕ໊າຣ໌ ພ້ອມກັບ ຕາມອື່ນໆທີ່ໄດ້ຮັບຄວາມເສັຽຫາຍ ຢ່າງຫລວງຫລາຍເຊັ່ນກັນ.

ເຖີງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ກ່ຽວຂ້ອງປະຈຳ ກະຊວງກະສິກັມ ແລະ ປ່າໄມ້ລາວ ດັ່ງກ່າວ ​​ແມ່ນໄດ້ໃຫ້ ກາຣຮ່ວມມື ກັບທາງກາຣ ທ້ອງຖີ່ເພື່ອຫາວິທີທາງ ແກ້ໄຂ ແລະ ໃຫ້ຄວາມຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍທັມຊາຕ ດັ່ງກ່າວ ໂດຽສະເພາະ ໃນດ້ານໃຫ້ແນວພັນເຂົ້າ​. ສ່ວນໂຄງກາຣ ຊົລປະທານ ຫລາຍໆແຫ່ງທີ່ໄດ້ຮັບຜົລກະທົບນັ້ນ ກໍວ່າທາງວີຊາກາຣ ກໍາລັງດຳເນີນກາຣກວດກາ ແລະ ປະເມີນຜົລຄວາມເສັຽຫາຍຕົວຈີເພື່ອນຳເນີຂໍງົບປະມານ ຈາກທາງຝ່າຍຣັຖບາຕາມຂັ້ນຕອນ ຕໍ່ໆປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org