ທ່ານ ສິດທິໄຊ ໂຄສຸຣັດ ຣັດຖະມົນຕຣີ ຊ່ວຍວ່າ ການກະຊວງ ມະຫາດໃທ ຂອງໃທ ເຜີຍເຖີງການ ເຜີຍເຖີງການ ສະນັບສະໜູນ-ພັດທະນາການຄ້າ ເຊື່ອມໂຍງ ກັບປະເທດເພື່ອນບ້ານ


2008.02.13

ທ່ານ ສິດທິໄຊ ໂຄສຸຣັດ ຣັດຖະມົນຕຣີ ຊ່ວຍວ່າການກະຊວງມະຫາດໃທ ຂອງໃທ ເຜີຍເຖີງການ ສະນັບສະໜູນ-ພັດທະນາ ການຄ້າເຊື່ອມໂຍງ ກັບປະເທດເພື່ອນບ້ານ ດ້ານແຂວງອຸບົນຣາຊທານີວ່າ ແຂວງ ອຸບົນຣາຊທານີ ມີຣັດຖະມົນຕຣີເຖີງ3ຄົນ ຊຶ່ງຖືເປັນນິມິດໝາຍດີ ທີ່ຈະຮ່ວມກັນພັດທະນາ ບ້ານເກີດ ເຊັ່ນ ໂຄງການ ເຊື່ອມຕໍ່ເສັ້ນທາງ ການຄົມມະນາຄົມ-ຂົນສົ່ງສີນຄ້າ ຣະຫວ່າງ ໃທ ລາວ ວຽດນາມແລະຈີນ -ຕາມຣາຍງານ ຜູ້ຈັດການonline ສະບັບວັນທີ12ກຸມພານີ້.

ການສ້າງຂົວ ຂ້າມແມ່ນໍ້າຂອງ ທີ່ແຂວງອຸບົນຣາຊທານີ ເຂົ້າສູ່ປະເທດລາວ-ຜ່ານໄປປະເທດວຽດນາມ-ເຂົ້າສູ່ປະເຫດຈີນ ສາມາດລຸດຜ່ອນ ໄລຍະທາງ ແລະເວລາ ຂົນສົ່ງສິນຄ້າ ໃຫ້ແກ່ກຸ່ມປະເທດ ໃນຂົງເຂດນີ້-ໄດ້ເປັນຢ່າງດີ ຊຶ່ງທ່ານຈະນໍາເລື່ອງນີ້ ຫາຣືກັບຣັດຖະມົນຕຣີ ກະຊວງ ຄົມມະນາຄົມ ແລະກະຊວງການຕ່າງປະເທດ ເພື່ອຜັກດັນໃຫ້ການເຊື່ອມໂຍງເສັ້ນທາງ ຣະຫວ່າງ4ປະເທດ ໃຫ້ເປັນຈີງໄດ້.

ທ່ານ ສິດທິໄຊ ກ່າວຍອມຮັບວ່າ ປັດຈຸບັນຍັງພົບການລັກລອບ ຕັດໄມ້ກະຍຸງຕາມ ແນວຊາຍແດນ ໃທ-ລາວ-ກໍາພູຊາ. ເມື່ອທ່ານດູແລ ກະຊວງມະຫາດໃທ ຈະປະສານງານ ກັບເຈົ້າແຂວງແລະ ຜູ້ບັງຄັບການຕໍາຣວດ ແຂວງ-ເຂດພາກອິສານຕອນລຸ່ມ ທີ່ພົບການລັກລອບ ຕັດໄມ້ດັ່ງກ່າວ ຢ່າງກວ້າງຂວາງ ໃຫ້ເຂົ້າມາຮ່ວມກັນກໍານົດ ມາຕການ-ປ້ອງກັນ-ຮັກສາປ່າ ແລະເຂັ້ມງວດ-ຈັບກຸມກຸ່ມ ຜູ້ລັກລອບຕັດໄມ້.

ການຕັດໄມ້ທໍາລາຍປ່າ ເຮັດໃຫ້ພື້ນທີ່ພາກອິສານ ແຫ້ງແລ້ງຍີ່ງຂຶ້ນ. ຫາກທຸກຝ່າຍຮ່ວມມືກັນ ເຮັດໃຫ້ ບັນຫາການລັກລອບ ຕັດໄມ້ທໍາລາຍປ່າລຸດຜ່ອນ ຈະເຮັດໃຫ້ພາກອິສານມີພື້ນທີ່ ຊຸ່ມນໍ້າເພີ່ມຂຶ້ນ -ບໍ່ຕ້ອງເສັຽເວລາ ມາແກ້ໃຂບັນຫາໄພແຫ້ງແລ້ງ ທີ່ເກີດຂຶ້ນທຸກປີນັ້ນ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.