ກາຣທີ່ໄທຽຈະອອກພັນທະບັຕຫລື”ບອນດ໌”ໃຫ້ແກ່ ສປປລາວ ສຳຫລັບໂຄງກາຣ ກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 2 ຍັງບໍ່ມີຄວາມຄືບໜ້າ ເທື່ອໃນປັຈຈຸບັນ.


2008.02.25

ທ່ານອະພິໄຊ ບຸນທີລະວອນ ກັມກາຣຜູ້ຈັດກາຣ ທະນາຄານ ເພື່ອການສົ່ງອອກ ແລະ ນໍາເຂົ້າແຫ່ງປະເທດໄທຽ ຫລື EXIM Bank ໄດ້ເປີດເຜີຽ ໃນທ້າຍສັບປະດາຜ່ານມາ ກ່ຽວກັບເຣື່ອງ ທີ່ຈະອອກພັນທະບັຕ ຫລື “ບອນດ໌” ໃນວົງເງີນ 1,500 ລ້ານ ບາທແກ່ ສປປລາວ ສຳຫລັບໂຄງກາຣ ກໍ່ສ້າງເຂື່ອນ ໄຟຟ້ານ້ຳງື່ມ 2 ນັ້ນວ່າ ຍັງບໍ່ມີຄວາມຄືບ ໜ້າເທົ່າທີ່ຄວນ ຍ້ອນວ່າທາງກາຣລາວ ຂໍໂຈະຫລືຂໍລໍຖ້າເບີ່ງ ຢ່າງຄັກແນ່ເສັຽກ່ອນ ໂດຽສະເພາະ ເຣື່ອງຂອງອັຕຣາ ດອກເບັ້ຽ ໃນຕລາດ ຢູ່ປະເທດໄທຽ ໃນປັຈຈຸບັນ.

ກ່ຽວກັບເຣື່ອງນີ້ ທາງທະນາຄານ ຂອງໄທຽ ກໍວ່າໄດ້ຕິດຕ ໍ່ໄປຍັງທາງກາຣກ່ຽວຂ້ອງ ຂອງລາວ ແລ້ວແຕ່ຫາກ ຍັງບໍ່ທັນໄດ້ຮັບຄຳຕອບ ເທື່ອແຕ່ປະກາຣໃດ ສະນັ້ນຈື່ງບໍ່ແນ່ ໃຈວ່າຈະສາມາດ ອອກພັນທະບັຕ ໄດ້ພາຍໃນປີ 2008 ນີ້ຫລືບໍ?

ທ່ານອະພິໄຊ ໄດ້ກ່າວເພີ່ມວ່າ: ສຳຫລັບອັຕຣາດອກເບັ້ຽນັ້ນທາງກາຣລາວຖື ເຣື່ອງທີ່ສຳຄັນ ແລະ ໃຫ້ຄວາມສົນໃຈຫລາຍ ເປັນພິເສດ ກ່ອນທີ່ຈະຕັດສິນ ອອກພັນທະ ບັຕດັ່ງກ່າວນີ້ອອກໄປ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.