ເຖີງແມ່ນວ່າ ການທ່ອງທ່ຽວ ຈະຊ່ວຍນໍາຣາຍໄດ້ ໃຫ້ແກ່ລາວ ມາໂດຍຕະລອດ ແຕ່ຊາວບ້ານສ່ວນຫລາຍ ຍັງບໍ່ທັນໄດ້ຮັບຜົນປະໂຫຍດ ນໍາຢ່າງທົ່ວເຖີງເທື່ອ


2008.01.03

ການທ່ອງທ່ຽວ ເປັນຂະແໜງການນຶ່ງ ທີ່ສໍາຄັນທີ່ນໍາຣາຍໄດ້ ເຂົ້າລາວຕະລອດມາ ຊຶ່ງສະເລັ່ຽແລ້ວ ໃນຣະຫວ່າງ 3-4 ປີ ມານີ້ ລາວມີຣາຍໄດ້ ຈາກການທ່ອງທ່ຽວ ບໍ່ລຸດ 100 ລ້ານ ໂດລາສະຫະຣັດ ຕໍ່ປີ.

ແຕ່ເຖີງຢ່າງໃດ ຜົນປະໂຫຍດດັ່ງກ່າວ ກໍຍັງບໍ່ທັນຕົກໄປເຖີງຊາວບ້ານ ທີ່ທຸກຍາກ ຊຶ່ງເປັນຄົນສ່ວນຫລາຍ ໃນປະເທດນັ້ນ ຫາກໄປຕົກຢູ່ໃນກຸ່ມທຸຣະກິດ ເປັນສໍາຄັນ. ນາງພິມຈັນ ແມ່ຄ້າ ໃນເຂດເມືອງວັງວຽງ ແຂວງວຽງຈັນ ໃຫ້ຄວາມຄິດເຫັນກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ອັນນີ້ຂ້ອຍຄິດວ່າ ໄປຕົກຫົວໜ່ວຍ ທຸຣະກິດຫລາຍກວ່າ ສົມມຸດວ່າ ເຂົາເຈົ້າເຮັດບ້ານພັກ ໂຮງແຮມ ມັນກໍໄປຕົກ ຂອງເຂົາເຈົ້າໝົດສ່ວນຫລາຍ ຄັນວ່າມີໂອກາດ ກໍຢາກສະເນີຢູ່ ທາງອົງການ ທ່ອງທ່ຽວກໍນ່າ ສິສົ່ງເສີມໃຫ້ຊົນນະບົດ ມີສ່ວນຮ່ວມຫລາຍກວ່າ."

ແລະວ່າ ຊາວບ້ານໂດຍທົ່ວໄປ ມັກຈະເປັນພຽງແຮງງານ ຫລືພະນັກງານຊົ່ວຄາວ ຕາມໂຮງແຮມ ຮ້ານຄ້າ ຮ້ານອາຫານ ຫລືບາງຄົນອາດຈະມີຣາຍໄດ້ ເພີ່ມຂຶ້ນຈາກການຜະລິດ-ຈາກງານ ສີມືມາຂາຍໃຫ້ນັກທ່ອງທ່ຽວ ແຕ່ນີ້ກໍຍັງບໍ່ທັນຊ່ວຍໃຫ້ຊີວິດ ການເປັນຢູ່ຂອງຄົນລາວ ໂດຍທົ່ວໄປ ດີຂຶ້ນຢ່າງແທ້ຈີງໄດ້. ຂະນະດຽວກັນ ນາງພິມຈັນ ຍັງຢາກສະເນີໃຫ້ພາກຣັດ ລົງມາຄວບຄຸມ ບັນຫາທາງສັງຄົມ ທີ່ເກີດຈາກນັກທ່ອງທ່ຽວ ທີ່ເຂົ້າມາຫລາຍເກີນໄປ.

(ສຽງ) "ແຮ່ງຈະເຣີນເທົ່າໃດ ກໍແຮ່ງມີຫລາຍບັນຫາ ເກີດຂຶ້ນທີ່ເຮົາເຫັນ ມອງງ່າຍໆເລື່ອງຄ້າປະເວນີ ກໍຍັງມີຢູ່ແຕ່ວ່າ ເລື່ອງຢາເສບຕິດ ຕອນນີ້ເຂັ້ມງວດຫລາຍ ແຕ່ວ່າຍັງມີລີ້ຊ່ອນຕົວ ຕາມສະຖານທີ່ຕ່າງໆ.."

ກ່ຽວກັບການແກ້ໃຂບັນຫາ ທີ່ກ່າວມານັ້ນ ປາກົດວ່າທາງການລາວ ກໍາລັງເລັ່ງເລື່ອງການສົ່ງເສີມ ການທ່ອງທ່ຽວ ເພື່ອການອະນຸລັກ ວັດທະນະທໍາ ແລະທໍາມະຊາດ ໂດຍສະເພາະ ຕາມເຂດຊົນນະບົດ ທີ່ມີເງື່ອນໃຂ ຊຶ່ງທາງການເຊື່ອວ່າ ຈະເຮັດໃຫ້ຊາວບ້ານ ໃນທ້ອງຖີ່ນ ເປັນເຈົ້າການເລື່ອງ ການທ່ອງທ່ຽວຫລາຍຂຶ້ນ ແລະເຮັດໃຫ້ເຂົາເຈົ້າ ຮູ້ຈັກປັບຕົວ-ເຂົ້າຫາ ການທ່ອງທ່ຽວ ຢ່າງຖືກຕ້ອງ ຊຶ່ງໝາຍເຖີງ ການບໍ່ເຂົ້າໄປກ່ຽວພັນກັບ ເລື່ອງຢາເສບຕິດແລະ ການຄ້າປະເວນີ ສໍາລັບນັກທ່ອງທ່ຽວ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.