ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່
2008.01.24
ປັດຈຸບັນນີ້ ບັນຫາເຣື້ອງຢາເສບຕິດ ໄດ້ຫລຸດໜ້ອຍລົງຫລາຍ, ໂດຍສະເພາະຝິ່ນ ໄດ້ໝົດໄປແລ້ວ, ແຕ່ວ່າ ຍັງຄົງມີຢາເສບຕິດ ບາງຊະນິດ ທີ່ຍັງຫລົງເຫລືອຢູ່, ອີງຕາມຄໍາເວົ້າ ຂອງ ທ່ານ ຄໍາແກ້ວ ຈັນທະສັກ, ຫົວໜ້າ ຫ້ອງການ ຢາເສບຕິດ ແຂວງໄຊຍະບູຣີ ໃນມື້ວັນພຸດນີ້.
(ສຽງ) “ກໍຍັງເປັນຢາບ້າ ຈໍານວນນຶ່ງ, ເຮົາກວດກາ ຈັບກຸມກໍບໍ່ໄດ້ຫລາຍປີ 2007 ນີ້, ກໍພົວພັນ ໄດ້ 2000 ເມັດ.”
ນອກຈາກນີ້ແລ້ວ, ທ່ານ ຄໍາແກ້ວ ຍັງໄດ້ກ່າວເພີ້ມຕື່ມ ວ່າ ໃນປີ 2007, ຢາບ້າ ກໍບໍ່ຄ່ອຍ ແຜ່ຣະບາດຫລາຍ ຄືກັນກັບສມັຍກ່ອນ, ຊຶ່ງຢາດັ່ງກ່າວ ໄດ້ມີການນໍາເຂົ້າໄປ ໃນເຂດພາກເໜືອ ຂອງລາວ ຕາມເສັ້ນທາງ ແມ່ນໍ້າຂອງ. ສ່ວນໃນເຣື້ອງ ຂອງການກວດລ້າງ, ຮວມທັງຄົນຂາຍ ແລະ ຄົນເສບນັ້ນ, ທ່ານ ຄໍາແກ້ວ ໄດ້ຊີ້ແຈງວ່າ ທຸກວັນນີ້ ທາງການ ໄດ້ດໍາເນີນການຈັບກຸມ ແລະ ກວາດລ້າງກັນ ຢ່າງແຂງຂັນ, ເຮັດໃຫ້ບັນຫາຢາເສບຕິດ ເບົາບາງລົງ ໄປກ່ວາເດີມຫລາຍ:
(ສຽງ) “ຈັບກຸມຄົນເສບ ຜູ້ມັນເສບ ມັນເປັນບ້າ ແລະ ກໍຈັບກຸມມາມ້ຽນໄວ້ ແລະ ກໍຄົນຂາຍ ບໍ່ມີຣາຍໃຫຍ່ດອກ, ເທື່ອລະເລັກລະໜ້ອຍ ຈັບໄດ້ເທື່ອລະ 10 ເມັດ ຊາວເມັດ.”
ທ່ານ ຄໍາແກ້ວ ຍັງໄດ້ກ່າວ ຕໍ່ໄປອີກວ່າ, ເຖິງແມ່ນວ່າ ບັນຫາຢາເສບຕິດ ຍັງຄົງບໍ່ໝົດໄປບາດດຽວ, ແຕ່ທາງພາກຣັຖບານ ແລະ ເອກຊົນ ກໍໄດ້ຮ່ວມມືກັນ ກໍາຈັດ ແລະ ຣະດົມ ໂດຍການໂຄສນາ ແລະ ເຜີຍແຜ່ ຜົນຮ້າຍ ຂອງຢາເສບຕິດ ແລະ ຕິດຕາມ ການເຄື່ອນໄຫວ ຂອງກຸ່ມຄ້າ ແລະ ເສບ ເພື່ອດໍາເນີນການຈັບກຸມ ຕໍ່ໄປ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງອັຕປື ຕ້ອງການໃຫ້ມີນັກທຸຣະກິດ ເຂົ້າໄປລົງທຶນພັທນາ ຫລັງຈາກ ເປີດດ່ານສາກົນ ຣະຫວ່າງ ລາວ-ວຽດນາມ ຢ່າງເປັນທາງການ ເມື່ອມໍ່ໆມານີ້
- ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009
- ເຈົ້າຂອງຜູ້ລົງທຶນ ສ້າງເຂື່ອນໄຟຟ້ານ້ຳເຊືອງ ສນັບສນູນ ດ້ານງົບປະມານ ເພື່ອກາຣພັທນາເມືອງປາກເຊືອງ ແຂວງຫລວງພຣະບາງ
- ນັກທ່ອງທ່ຽວ ຈາກວຽດນາມ ບໍ່ນິຍົມໃຊ້ເສັ້ນທາງ ຜ່ານສວັນນະເຂຕ ໄປຍັງມຸກດາຫາຣ ເພາະວ່າໄກລ ແລະຍຸ້ງຍາກ
- ຜູ້ຕາງໜ້າຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ຮ່ວມປະຊຸມ ເພື່ອຄວບຄຸມ ໂຣຄປາກເປື່ອຽລົງເລັບ
- ຊາວເຜົ່າມົ້ງ ທີ່ຍັງຕໍ່ຕ້ານຣັຖບານລາວ ຢາກຍອມຈຳນົນ ແຕ່ບໍ່ກ້າ ເພາະຢ້ານຖືກຂ້າ ແລະທໍຣະມານ
- ບໍຣິສັດໂອຊີອານາ ຂຸດຄົ້ນແລະຜລິດທອງແດງຈາກບໍ່ຄຳເຊໂປນ ໄດ້ເພີ້ມຜົລຜລິດ ຂື້ນຢ່າງມະຫາສານ
- ການທີ່ເງິນບາດ ຂອງໄທມີຄ່າສູງຂື້ນເລື້ອຍໆ ໄດ້ສົ່ງຜົນກະທົບ ຕໍ່ຄົນລາວ ແລະ ເສຖກິດຂອງລາວ
- ສະພາແຫ່ງຊາຕລາວ ກະຕຣຽມຮ່າງກົດໝາຍ ຫລາຍສະບັບ ຮວມທັງກົດໝາຍ ກ່ຽວກັບສື່ມວລຊົນ
- ແຂວງຈຳປາສັກ ສົ່ງສິນຄ້າກາຣກະເສຕ ໄປຍັງແຂວງອຸບົລ ຕລອດປີ 2007 ຜ່ານມາ ເປັນມູລຄ່າ ຫລາຍກວ່າ 200 ລ້ານບາທ