ອອກກິນບໍານານແລ້ວ ມີອາຊີພຂາຍເດັກນ້ອຍ

ອະດີດ ພະນັກງານ ຂອງ ທາງການລາວ ທີ່ອອກ ກິນບໍານານ ແລ້ວ ກັບກາຍເປັນນັກ ຄ້າມະນຸດ.
ໂພໄຊສວັດ
2012.02.01

ກົດຟັງສຽງ

ພາຍຫຼັງທີ່ທາງ ວິທຍຸເອເຊັຍ ເສຣີ ໄດ້ລາຍງານ ຂ່າວ ກ່ຽວກັບ ເຫດການ ທີ່ມີການຂາຍ ເດັກນ້ອຍລາວ ໃຫ້ຊາວ ຕ່າງຊາດ ໃນນະຄອນຫລວງ ວຽງຈັນ ໄປແລ້ວນັ້ນ ຕໍ່ມາທາງ ວິທຍຸ ເອເຊັຍເສຣີ ກໍໄດ້ມີ ຂໍ້ມູນເພີ້ມ ອີກຄື: ຜູ້ທີ່ຮັບ ເດັກນ້ອຍໄປລ້ຽງ ເປັນລູກບຸນທັມ ນັ້ນແມ່ນ ພະນັກງານ ຂອງຣັຖ ທີ່ອອກກິນ ເບັ້ຍບໍານານ ສວຍໂອກາດ ຮັບເດັກນ້ອຍ ມາລ້ຽງ ແລ້ວຂາຍໃຫ້ ຊາວຕ່າງຊາດ ຈົນກາຍເປັນ ທຸຣະກິດ ທີ່ມີ ລາຍໄດ້ດີ. ເຈົ້າໜ້າທີ່ ຕໍາຣວດ ສືບສວນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ມັນມີ ທ່ານນຶ່ງ ເປັນພະນັກງານ ບໍານານ ຢູ່ກະຊວງ ຍຸຕິທັມ ທ່ານນີ້ແຫລ໋ະ ເປັນຜູ້ໄປ ແລ່ນ ເອົາເດັກນ້ອຍ ຜູ້ໃດທີ່ ມາເກີດຢູ່ ໂຮງໝໍ ຜູ້ໃດຢູ່ ບ້ານນອກ ພວກເຂົາ ທຸກເຂົາ ຫຍັງຫັ້ນໜາ ແລ້ວລາວ ກໍເອົາໃຫ້ ຄົນ ຕ່າງປະເທດໄປ ເຫັນວ່າມັນ ບໍ່ຖືກຕ້ອງ ຕໍ່ບັນຫານີ້".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ພະນັກງານ ເບັ້ຍບໍານານ ດັ່ງກ່າວ ນີ້ອາສັຍ ຢູ່ນະຄອນຫລວງ ວຽງຈັນ ມີຄອບຄົວ ລູກເຕົ້າຫລາຍຄົນ ແຕ່ກໍເປັນໜ້າ ສົງໄສ ເພາະຍັງໄປ ຮັບເດັກນ້ອຍ ມາເປັນ ລູກລ້ຽງອີກ. ເຈົ້າໜ້າທີ່ ຕໍາຣວດ ສືບຮູ້ວ່າ ພະນັກງານ ເບັ້ຍບໍານານ ຜູ້ນີ້ເຄີຍໄດ້ ໄປຮັບເດັກນ້ອຍ ມາລ້ຽງ ເພື່ອຂາຍ ຫລາຍເທື່ອແລ້ວ ໂດຍໃຊ້ຊ່ອງຫວ່າງ ກົດໝາຍ ຍ້ອນເຄີຍເຮັດການ ຢູ່ກະຊວງ ຍຸຕິທັມ ມາກ່ອນ. ແຕ່ກ່ອນ ທາງໂຮງໝໍ ເມືອງທຸຣະຄົມ ນະຄອນຫລວງ ວຽງຈັນ ກໍເຄີຍແຈ້ງ ວ່າມີ ພະນັກງານ ມາຂໍເດັກນ້ອຍ ທີ່ພໍ່ແມ່ ບໍ່ຮັບເອົາ ໄປລ້ຽງ ແຕ່ທາງ ເຈົ້າໜ້າທີ່ ຕໍາຣວດ ບໍ່ຮູ້ວ່າ ເປັນຜູ້ດຽວ ກັນຫລືບໍ່.

ເຖິງຢ່າງໃດ ກໍຕາມ ທາງການ ມີແຜນການ ທີ່ຈະປ້ອງກັນ ບໍ່ໃຫ້ເຣື່ອງ ແບບນີ້ ເກີດຂື້ນອີກ ເຖິງຈະຄິດວ່າ ຊາວຕ່າງຊາດ ອາດໃຫ້ການ ລ້ຽງດູ ເບິ່ງແຍງດີ ກໍຕາມ ເພາະການຂາຍ ເດັກນ້ອຍ ຄືການ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.