ຂາຍເດັກນ້ອຍ ແບບຖືກກົດໝາຍ
2012.01.18
ກົດຟັງສຽງ
ຜູ້ທີ່ຮັບ ເອົາເດັກນ້ອຍ ເກີດໃໝ່ ມາລ້ຽງ ແລ້ວຂາຍຕໍ່ ໃຫ້ຄົນຕ່າງ ປະເທດນັ້ນ ພວກຂະເຈົ້າ ອາໄສຊ່ອງໂວ່ ທາງກົດໝາຍ ເນື່ອງຈາກວ່າ ສປປ ລາວ ຍັງບໍ່ທັນ ມີການບັງຄັບ ໃຊ້ກົດໝາຍ ການຄ້າມະນຸດ ຢ່າງເຂັ້ມ ງວດເທື່ອ ທາງການ ຈື່ງເອົາຜິດ ແລະ ຈັບເຂົາເຈົ້າ ໄດ້ຍາກ. ເຈົ້າໜ້າທີ່ ຕ້ານການ ຄ້າມະນຸດ ໃນນະຄອນຫລວງ ວຽງຈັນ ກ່າວວ່າ:
"ຄັນໃນ ກໍຣະນີ ພວກທີ່ມີ ເຈຕນາບໍ່ດີ ມີຄວາມຕັ້ງໃຈ ຢາກເອົາເດັກ ໄປຄ້າ ມັນກໍຫາກມີ ວິທີການ ເພື່ອຫາທາງຫຼີກ ກົດໝາຍ ເນື່ອງຈາກວ່າ ຢູ່ລາວ ກົດໝາຍ ຕ້ານການ ຄ້າມະນຸດ ສະເພາະ ຍັງບໍ່ເກີດເທື່ອ ແຕ່ວ່າ ມີແຕ່ບາງໂຕ ຢູ່ໃນກົດໝາຍ ອາດຍາຊື່ໆເນາະ".
ໃນລະຍະ ຜ່ານມາ ພວກທີ່ຮັບ ເອົາເດັກນ້ອຍ ມາລ້ຽງ ແລ້ວຂາຍຕໍ່ໃຫ້ ຊາວ ຕ່າງປະເທດ ໄດ້ອາໄສ ຊ່ອງວ່າງ ທາງກົດໝາຍ ໃນການ ຫາກິນແບບນີ້ ມາຫລາຍເທື່ອແລ້ວ ເພາະເປັນລາຍໄດ້ ທີ່ດີໂດຍ ບໍ່ລົງທືນ ຫລາຍ ພຽງແຕ່ຮັບ ເອົາເດັກນ້ອຍ ເກີດໄໝ່ມາລ້ຽ ປະມານ 2 ປີແລ້ວ ກໍຂາຍຕໍ່ ແຕ່ກໍບໍ່ຮູ້ ໄດ້ວ່າ ເດັກນ້ອຍ ຈາກລາວ ຖືກຂາຍໃຫ້ ຊາວຕ່າງ ປະເທດ ໄປແລ້ວຈັກຄົນ. ທ່ານວ່າ ເຈົ້າໜ້າທີ່ລາວ ບໍ່ສາມາດ ຈັບພວກ ເຮັດແບບນີ້ໄດ້ ຍ້ອນບໍ່ມີ ຫລັກຖານ ພຽງພໍ.