ຜູ້ເຄາະຮ້າຍຈາກຄ້າມະນຸດ ຖືກສົ່ງກັບສ່ວນໃຫຍ່
2012.02.09

ກົດຟັງສຽງ
ອີງຕາມການ ຢືນຢັນ ຂອງ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ໄດ້ກ່າວວ່າ:
"ກໍຫລາຍໆຢູ່ ທີ່ສົ່ງມາໃຫ້ ພວກເຮົາ ຢູ່ແຂວງ ຄໍາມ່ວນ ກໍມີຕາຕຣາງ ແຈ້ງມາຈາກບ້ານ ເກດຕະການ ສົ່ງມາໃຫ້ ກະຊວງ ແຮງງານ ກະຊວງແຮງງານ ກໍສົ່ງໄປ ໃຫ້ແຂວງ ແຂວງກໍສົ່ງ ມາໃຫ້ ພໍ່ແມ່ເຂົາ".
ທ່ານເວົ້າວ່າ ຄົນງານລາວ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກການ ຄ້າມະນຸດ ທີ່ກັບຄືນບ້ານ ແລ້ວນັ້ນ ສ່ວນຫລາຍ ເປັນຊາວຫນຸ່ມ. ພວກນີ້ຈະຕ້ອງ ໄດ້ຮັບການ ຟື້ນຟູ ທາງດ້ານຈິດໃຈ ແລະ ຝືກອົບຮົມ ອາຊີບ ເພື່ອໃຫ້ ເຂົາເຈົ້າໄດ້ ເຮັດວຽກຕໍ່ໄປ. ຊາວຫນຸ່ມເຫລົ່ານີ້ ສ່ວນຫລາຍແມ່ນ ຜູ້ຍິງ ຖືກຫລອກໄປ ກໍມີ ສມັກໃຈ ໄປກໍມີ ແຕ່ບໍ່ຮູ້ຈັກວ່າ ໄປຮອດ ປະເທດໄທ ແລ້ວຈະເປັນ ຈັ່ງໃດ. ເດັກນ້ອຍທີ່ ຖືກຫລອກລວງ ໄປນັ້ນ ເມື່ອກັບ ຄືນບ້ານແລ້ວ ກໍບໍ່ຢາກ ບອກຄວາມຈິງ ເພາະເຂົາເຈົ້າ ຍັງມີຄວາມ ຢ້ານຢູ່.
ປັດຈຸບັນ ຍັງມີຄົນງານ ຈໍານວນນື່ງ ທີ່ໄດ້ຮັບ ເຄາະຮ້າຍ ຈາກການ ຄ້າມະນຸດ ເຊັ່ນກັນ ເຫລືອຢູ່ ໃນປະເທດໄທ ຮ່ວມທັງ ຈໍານວນ ທີ່ ເຈົ້າໜ້າທີ່ ຈັບໄດ້ ເມື່ອວັນທີ 27 ມົກກະຣາ ຜ່ານມາ ໂດຍສະເພາະ ເດັກນ້ອຍ ແມ່ຍິງ ຕໍ່າກ່ວາ 18 ປີ ທີ່ເຈົ້າໜ້າທີ່ ໄທ ຈັບຍ້ອນເຂົ້າ ປະເທດ ແບບຜິດກົດໝາຍ ແລະ ກໍຍັງຢູ່ ໃນບ້ານ ເກດຕຣະການ.