ຍັງບໍ່ທັນມີ ກົດໝາຍ ລົງໂທດ ຄະດີ ການຄ້າມະນຸດ
ໃນຂະນະທີ່ ການລັກລອບ ຄ້າຂາຍມະນຸດ ເປັນບັນຫາ ທີ່ໃຫຍ່ ແຕ່ ສປປລາວ ຍັງບໍ່ທັນມີກົດໝາຍ ໃສ່ໂທດ ຜູ້ກະທຳຜິດ ຢ່າງຈິງຈັງ.
-
ຫວາດ ສີມູນ ຣາຍງານ
2008-09-11 -
-
-
ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັສດີກາຣ ສັງຄົມລາວ ໄດ້ກ່າວເຖີງ ເຣື່ອງກາຣລັກລອບ ຄ້າມະນຸສ ທີ່ວ່າ ເປັນບັນຫາໃຫຍ່ ແລະ ແກ້ໄຂ ໄດ້ຍາກ ຍ້ອນທາງກາຣລາວ ຍັງບໍ່ທັນມີ ກົດໝາຍ ສະເພາະກາຣດຳເນີນ ຄະດີ ຄ້າມະນຸສ ຕົວຈີງນັ້ນເທື່ອ ໃນປັຈຈຸບັນນີ້ ນອກຈາກ ທີ່ວ່າ ມີກາຣນຳເອົາ ບາງມາຕຣາ ຂອງກົດໝາຍ ຄຸ້ມຄອງສິທທິ ແມ່ຍີງ ແລະ ເດັກ ມາໃຊ້ ເພື່ອໃຫ້ສອດຄ່ອງ ກັບສະຖານະກາຣເທົ່ານັ້ນ:
“ແຕ່ວ່າ ບໍ່ມີກົດໝາຍ ກ່ຽວກັບ ດ້ານຄ້າມະນຸສ ໂດຽສະເພາະ ແຕ່ມັນໄດ້ເວົ້າ ດຶງເອົານິຍາມ ກ່ຽວກັບດ້ານກາຣຄ້າມະນຸສ ອອກມາໃຊ້ ຕົວຢ່າງ ຢູ່ໃນກົດໝາຍ ພັທນາ ແລະ ປົກປ້ອງ ແມ່ຍີງ ແລະ ເດັກ ກໍສິມີຢູ່ ໃນຈຳນວນ ບາງມາຕຣາຢູ່ ໃນຕົວນີ້”
ເຈົ້າໜ້າທີ່ລາວ ດັ່ງກ່າວ ຍັງໄດ້ໃຫ້ ກາຣອະທິບາຍ ອີກວ່າ ເຖີງຈະມີ ໜ່ວຍງານ ທັງພາຄຣັຖ ແລະເອກຊົນ ໄດ້ຊ່ວຍປະກອບສ່ວນ ໃນກາຣຕິດຕາມ ນຳຫາ ຜູ້ກະທຳຜິດ ມາດຳເນີນຄະດີ ໄດ້ເປັນບາງກໍຣະນີ ໃນຣະຍະຜ່ານມານັ້ນ ກໍຕາມ ແຕ່ກໍຍັງຂາດ ພະນັກງານ ໃນກາຣຕັດສິນຄະດີ ດັ່ງທີ່ ທ່ານໄດ້ກ່າວວ່າ:
“ໂດຽສະເພາະ ຂອງລາວ ແມ່ນສິບໍ່ມີເລີຽ ກ່ຽວກັບ ເຣື່ອງດ້ານກາຣຄ້າມະນຸສ ອັຍກາຣ ຫລືວ່າ ທາງສາລ ຄືກັນ ພວກເຮົາ ກໍຍັງບໍ່ມີ ອີງຕາຂໍ້ມູລ ທີ່ໄດ້ເອີ້ນວ່າ ທີ່ Survey ມາຍັງ ບໍ່ມີພາຄສ່ວນໃດ ຫລື ແຂນງກາຣໃດ ທີ່ເຮັດວຽກ ສະເພາະ ກ່ຽວກັບ ເຣື່ອງນີ້”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ ລາວຍັງໄດ້ກ່າວ ຢ້ຳວ່າ: ສະຖານະກາຣ ດ້ານກາຣຄ້າປະເວນີ ໃນປັຈຈຸບັນ ມີຄວາມຊັບຊ້ອນ ທັ້ງພາຄສ່ວນ ທຸຣະກິຈ ແລະ ຄວາມສັມພັນ ຂອງບຸຄຄົນ ທີ່ກ່ຽວຂ້ອງ ຍ້ອນເກີດຈາກບັນຫາ ຄວາມຍາກຈົນ ທັ້ງຂາດ ກາຣສຶກສາ ແບບບໍ່ມີທາງເລືອກ ແລະ ໃນທີ່ສຸດ ກໍກາຍເປັນ ເຫຍື່ອຂອງກາຣຄ້າມະນຸສ ດັ່ງກ່າວນີ້.