ຮ່ວມມື ປາບປາມ ການຄ້າມະນຸດ
2008.07.16
ຫ້ອງການ ປາບປາມ ການຄ້າມະນຸດ ເວົ້າວ່າ ໃນອະນາຄົດ ບັນຫາ ນາຍຫນ້າ ຄ້າຜູ້ຍີງ ອາດຈະເບົາບາງລົງ ເພາະມີ ການຮ່ວມມື ຣະຫວ່າງ ເຈົ້າຫນ້າທີ່ ໄທ-ລາວ. ເຈົ້າຫນ້າທີ່ ຈາກຫນ່ວຍງານ ດ້ານ ການຄ້າມະນຸດ ທີ່ນະຄອນຫລວງວຽງຈັນ ໄດ້ກ່າວເຖີງ ຄວາມຮ່ວມມື ຣະຫວ່າງ ຫນ່ວຍງານ ທີ່ປະເທດໄທ ກັບ ສປປລາວ ໃນການປາບປາມ ກຸ່ມຄ້າມະນຸດ ແລະ ຄ້າປະເວນີ ວ່າ ບັນຫາດັ່ງກ່າວ ອາດເບົາບາງລົງ ໃນອະນາຄົດ ເພາະ ລາວ ແລະ ໄທ ກຳລັງວາງ ມາຕການ ການປາບປາມ ຮ່ວມກັນ ຢ່າງເຂັ້ມງວດ ດັ່ງທ່ານ ກ່າວໃນຕອນນື່ງ ວ່າ:
“ການແລກປ່ຽນ ປະສານ ຂໍ້ມູນ ກັບທາງນັ້ນ ກໍ່ຄິດວ່າ ທາງນັ້ນ ໄດ້ເຮັດຢ່າງຈີງຈັງ ຢູ່ໄທ ຂະເຈົ້າ ກໍ່ອອກ ພຣະຣາຊບັນຍັດ ຕ້ານການຄ້າມະນຸດ ກໍ່ຄິດວ່າ ຕ່າງຝ່າຍ ຕ່າງຖືວ່າ ເປັນເຈົ້າການຮ່ວມກັນ ຄິດວ່າ ບັນຫານີ້ ຈະຫມົດ ໄປກໍ່ຕ້ອງໄດ້ ໃຊ້ເວລາ.”
ທ່ານກ່າວ ເພີ້ມອີກວ່າ ທາງການລາວ ແລະ ໄທຈະຈັດ ກອງປະຊຸມ ກ່ຽວກັບ ບັນຫາ ດັ່ງກ່າວ ທຸກໆ 3 ເດືອນ ເພື່ອແລກປ່ຽນ ຂໍ້ມູນ ຊື່ງກັນແລະກັນ ເພື່ອການຈັບກຸມ ແລະ ແກ້ໄຂ ບັນຫາ ສ່ວນໃຫຍ່ ແມ່ນການຫລອກລວງ ຈາກ ກຸ່ມນາຍຫນ້າ.
ສຳລັບ ການປະຕິບັດງານນັ້ນ ຝ່າຍລາວ ແລະ ໄທ ຈະໃຫ້ຂໍ້ມູນ ຣະຫວ່າງກັນ ກ່ຽວກັບ ກຸ່ມຄ້າມະນຸດ ໃນແຕ່ລະ ປະເທດ ສອງຝ່າຍ ຈະເອົາ ຊື່ບຸກຄົນ ທີ່ຕ້ອງສົງໃສ ໃຫ້ກັນ ເພື່ອການຈັບກຸມ ທ່ານກ່າວ ເພີ້ມ ອີກ ວ່າ:
“ທາງເຮົາ ກຳລັງວ່າ ຈະດຳເນີນ ເຣື້ອງນາຍຫນ້າລາວ ແລະ ກໍ່ຈະສົ່ງ ເປັນລາຍຊື່ ເພື່ອໃຫ້ ທາງຝ່າຍໄທຄືກັນ ເພາະວ່າ ທາງເຮົາ ກໍປະສານ ກັບທາງຕຳຣວດ ກອງກຳກັບ ການປາບປາມ ທາງເພີ່ນ ຢູ່ແລ້ວ”
ດ້ວຍການຮ່ວມມື ຊື່ງກັນແລະກັນ ຢ່າງເຄັ່ງຄັດ ໃນຣະຍະ ທີ່ຜ່ານມາ ຝ່າຍລາວ ກໍ່ສາມາດ ຈັບກຸມ ກຸ່ມຄ້າມະນຸດ ໄດ້ຫລາຍຄົນ ແລະ ກໍ່ໄດ້ຊອ່ຍເຫລືອ ຜູ້ຍີງ ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ມາຫລາຍຄັ້ງ ເພາະໄດ້ ຂໍ້ມູນລາຍລະອຽດ ຈາກຝັ່ງໄທ ໃນເວລາ ດຽວກັນ ທີ່ຝັ່ງໄທ ກໍ່ສາມາດ ຈັບກຸມນັກຄ້າມະນຸດ ໄດ້ຫລາຍຄົນ ເຫມຶອນກັນ ເພາະໄດ້ຂໍ້ມູນ ຈາກຝັ່ງລາວ ເປັນແຜນການ ທີ່ເປັນປໂຍດ ໃຫ້ແກ່ສອງປະເທດ.