ລາວຮ່ວມມືເພື່ອນບ້ານ ຕ້ານການຄ້າມະນຸດ
2010.08.31
ເຈົ້າໜ້າທີ່ ໜ່ວຍງານຕໍ່ຕ້ານ ການຄ້າມະນຸດ ວ່າ ສປປ ລາວ ແລະປະເທດ ເພື່ອນບ້ານໄດ້ ປະສານງານ ແລະຮ່ວມມືກັນ ຫລາຍຂື້ນ ກວ່າເກົ່າ ກ່ຽວກັບການ ຕໍ່ຕ້ານການ ຄ້າມະນຸດ ເນື່ອງຈາກວ່າ ສປປ ລາວ ກໍປະສົບກັບ ບັນຫາແຮງງານ ເຄື່ອນຍ້າຍ ພາຍໃນປະເທດ ແລະເຄື່ອນຍ້າຍ ໄປເຣັດວຽກຢູ່ ປະເທດໃກ້ຄຽງ ແບບຜິດ ກົດໝາຍ.
ການເຄື່ອນຍ້າຍ ຂອງແຮງງານ ແບບຜິດກົດໝາຍ ນີ້ມັກຈະ ນໍາໄປສູ່ ຂະບວນການ ຄ້າມະນຸດ ຫລາຍຂື້ນ ດັ່ງ ທ່ານ ສີທະລາ ປະທັມມະວົງ ເຈົ້າໜ້າທີ່ ໜ່ວຍງານ ຕໍ່ຕ້ານການ ຄ້າມະນຸດ ໄດ້ກ່າວ:
"ລະຫ່ວາງ ຊາຍແດນ ລາວກັບຈີນ ມີການ ປະຊຸມກັນ ທຸກ 6 ເດືອນ ແລ້ວທາງຈີນ ກັບເຂົາເຈົ້າ ກໍຕັ້ງຜູ້ ປະສານງານ ກ່ຽວກັບວຽກງານ ການຄ້າມະນູດ ອັນນີ້ຈະເປັນ ວຽກງານລະຫ່ວາງ ສໍາຣວດ ຕໍ່ສໍາຣວດ ແຕ່ເຫັນວ່າເປັນ ການລິເລີ້ມ".
ທ່ານວ່າ ຫລັງຈາກ ສປປລາວ ໄດ້ປະສານງານ ເຮັດວຽກກັບ ໜ່ວຍຕໍ່ຕ້ານ ການຄ້າມະນຸດ ຂອງປະເທດ ໃກ້ຄຽງ ເຊັ່ນຈີນ ໄທ ແລະ ວຽດນາມແລ້ວ ການດໍາເນີນງານ ກໍມີປະສິດທິພາບ ຂື້ນກວ່າເກົ່າ. ຢູ່ພາຍໃນ ກໍມີການ ສືກສາອົບຮົມ ປະຊາຊົນ ໃນເຂດ ຊົນນະບົດ ກ່ຽວກັບໄພ ອັນຕຣາຍຈາກ ການລັກລອບ ໄປເຮັດວຽກ ໃນຕ່າງປະເທດ ແບບຜິດກົດໝາຍ ແລະ ໄພອັນຕະຣາຍ ຈາກກຸ່ມ ຄ້າມະນຸດ:
"ແລະມໍ່ໆນີ້ ຫວ່າງເດືອນແປດນີ້ ລະຫ່ວາງ ລາວກັບວຽດນາມ ມີການເຊັນ ສັນຍາກັນ ກ່ຽວກັບການ ຕ້ານການ ຄ້າມະນຸດ ຄືກັນ ຈະສົ່ງຜົນດີ ໃຫ້ສອງປະເທດ ເອີ້ນວ່າມີການ ຕໍ່ຕ້ານເຣື້ອງ ການຄ້າມະນຸດ ຮັດແໜ້ນຂື້ນຕື່ມ".
ສປປ ລາວ ເປັນທັງຕົ້ນທາງ ແລະ ທາງຜ່ານຂອງ ການຄ້າມະນຸດ ແຕ່ວ່າສ່ວນຫລາຍ ຈະເປັນຕົ້ນທາງ ເພາະວ່າ ຈໍານວນແຮງງານ ເຄື່ອນຍ້າຍລາວ ຖືກຫລອກລວງ ໄປປະເທດໄທ ມີຫລາຍແລະ ເປັນບັນຫາ ແກ້ບໍ່ຕົກ.