ທາງການລາວຮ່າງແຜນ ຕ້ານການຄ້າມະນຸດ

ທາງການລາວ ແລະອົງການ ນາໆຊາດ ຮ່ວມກັນຮ່າງແຜນ ງານຕ້ານການ ຄ້າມະນຸດ ເພື່ອຈະນໍາ ສເນີຜ່ານ ເປັນແຜນງານ ແຫ່ງຊາດ.
ຈໍາປາທອງ
2010.08.26

ເຈົ້າໜ້າທີ່ ອົງການນາໆຊາດ ເພື່ອຕ້ານການ ຄ້າມະນຸດ ໃນລາວ ທ່ານນຶ່ງ ເວົ້າວ່າ:

"ເພິ່ນກໍສິຜ່ານ ແຜນງານແຫ່ງຊາດ ຕ້ານການ ຄ້າມະນຸດ ຫລັງຈາກເພີ່ນຜ່ານ ເພີ່ນກໍສິ ເລີ້ມມີການ ຈັດຕັ້ງ ປະຕິບັດ ແລະກໍສິມີ ກິຈກັມ ສະເພາະ ກໍຣະນີນໍ ເນັ້ນໃສ່ເລື້ອງ 4P ມັນກໍຈະມີ Protection Prevention Policy Prostitution ມັນກໍຈະມີ ເລື້ອງອ້ອມ 4P ນັ້ນແຫລະ".

ທ່ານກ່າວວ່າ ຊາວລາວ ທັງຍິງ  ທັງຊາຍ ແລະເດັກນ້ອຍ ໄດ້ຕົກເຂົ້າສູ່ ຂະບວນການ ຄ້າມະນຸດ ເປັນຈຳນວນ ຫລວງຫລາຍ ທັງສມັກໃຈ ແລະ ບໍ່ສມັກໃຈ. ໃນນັ້ນ ມີຈຳນວນ ບໍ່ໜ້ອຍຖືກ ບັງຄັບ ໃຊ້ແຮງງານ ຢູ່ຕາມໂຮງຈັກ ໂຮງງານຕ່າງໆ ແລະຖືກຕົກ ເຂົ້າສູ່ຂະບວນ ການຄ້າປະເວນີ ຢູ່ປະເທດ ເພື່ອນບ້ານ ໃກ້ຄຽງ.

ດັ່ງນັ້ນ ການມີແຜນງານ ຕ້ານການ ຄ້າມະນຸດ ທີ່ມີ 4 ໜ້າວຽກ ໂດຍເນັ້ນໃສ່ ແຜນການປ້ອງກັນ ແຜນການຢັບຢັ້ງ ແຜນການ ສະກັດກັ້ນນັ້ນ ແມ່ນຈະເຮັດໃຫ້ ການຄ້າມະນຸດ ຢູ່ລາວ ຖືກຈຳກັດລົງ ຊຶ່ງຣັຖບານລາວ ກໍຄາດຫວັງວ່າ ເມື່ອແຜນງານ ນັ້ນໄດ້ຮັບ ການປະຕິບັດ ແລ້ວ ບັນຫາການ ຄ້າມະນຸດ ຢູ່ປະເທດລາວ ຈະຫລຸດລົງ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າອີກວ່າ:

"ແຜນງານແຫ່ງຊາດ ສິອອກມາແລ້ວ ຈະງ່າຍຂຶ້ນ ກວ່າເກົ່າ ເພາະວ່າເພິ່ນສິມີ ເປັນກິຈກັມ ແນ່ນອນເຮັດເປັນ ຮູບປະທັມ ຫລາຍຂຶ້ນ".

ທາງຣັຖບານ ເພີ່ນກໍເອົາ ໃຈໃສ່ມາ ໂດຍຕລອດ ໂດຍສະເພາະ 2-3 ປີມານີ້. ເມື່ອບໍ່ດົນມານີ້ ທ່ານ ດວງໃຈ ພິຈິດ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ໃນຖານະ ປະທານຄນະ ກັມມະການ ແຫ່ງຊາດ ຕ້ານການ ຄ້າມະນຸດ ໄດ້ເວົ້າວ່າ ຣັຖບານ ຈະສືບຕໍ່ ນະໂຍບາຍ ຮ່ວມມືກັບ ອົງການ ຈັດຕັ້ງສາກົນ ແລະປະເທດຕ່າງໆ ເພື່ອສ້າງ ກົນໄກ ສ້າງນິຕິກັມ ແລະມາຕຖານການ ສະກັດກັ້ນ ການຄ້າມະນຸດ ໃຫ້ເປັນຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.