ຊາກສົບຂອງຍິງສາວລາວ ຖືກສົ່ງກັບໃຫ້ຄອບຄົວ
2010.08.24
ເມື່ອວັນຈັນ ຜ່ານມາ ສະຖານທູດ ສປປລາວ ທີ່ບາງກອກ ໄດ້ຮັບເອົາ ຊາກສົບ ຂອງຜູ້ຍິງ ສາວລາວ ທີ່ຖືກຂ້າຢູ່ ແຂວງລົບບຸຣີ ປະເທດໄທ ເພື່ອສົ່ງມອບໃຫ້ ຍາດພີ່ນ້ອງ ທີ່ແຂວງວຽງຈັນ ປະເທດລາວ. ເຈົ້າໜ້າທີ່ ທາງການລາວ ຈາກສະຖານທູດ ເປີດເຜີຽວ່າ ຂນະນີ້ກໍາລັງ ຕິດຕໍ່ຄອບຄົວ ເພື່ອນໍາສົ່ງ ສົບກັບຄືນ ໄປທໍາພິທີ
ທາງສາສນາ ທີ່ບ້ານເກີດ ຂອງນາງ.
ຜູ້ຍິງລາວ ທີ່ຖືກຂ້າຕາຍ ນັ້ນມີຊື່ວ່າ ນາງນັດ ຖືກຫລອກລວງ ມາຂາຍຕົວຢູ່ທີ່ ແຂວງລົບບຸຣີ ຂອງໄທ ເມື່ອເດືອນກຸມພາ ປີ 2010 ນີ້ເອງ ແລ້ວຖືກຂັງຕົວ ໄວ້ໃນຮ້ານ ຊະນາທິບ ຄາຣາໂອເກະ ພ້ອມກັບ ຜູ້ຍິງລາວອີກ 30 ຄົນ. ນາງນັດ ຖືກຄົນບໍ່ດີ ທາຣຸນ ຈົນເຖິງຂັ້ນ ເສັຽຊີວິດ. ເຈົ້າໜ້າທີ່ ຕໍາຣວດສາມາດ ບຸກເຂົ້າໄປຊ່ວຍ ເອົາຜູ້ຍິງ ລາວ ຈໍານວນນີ້ ອອກມາໄດ້ 12 ຄົນ, ສ່ວນ 18 ຄົນ ຍັງບໍ່ສາມາດ ຕິດຕາມຫາໄດ້. ເຈົ້າໜ້າທີ່ວ່າ ກໍາລັງຊອກຫາ ຄົນຮ້າຍຢູ່:
"ມີການອອກໝາຍ ຈັບເພີ້ມອີກ ໝາຍຈັບ ເລກທີ 1679/2553 ລົງວັນທີ 2 ສິງຫາ ແລະຕອນນີ້ກໍສົ່ງ ກໍາລັງສ່ວນນືງ ອອກໄປເບິ່ງ ການເຄື່ອນໄຫວຢູ່".
ສ່ວນຜູ້ ຕ້ອງຫາ ທ້າວ ໄພໂຣດ ສຸກພິທັກ ເຈົ້າຂອງ ຮ້ານ ຄາຣາໂອເກະ ນັ້ນ ເຈົ້າໜ້າທີ່ໄທ ວ່າລາວ ໄດ້ຕິດຕໍ່ ຂໍມອບຕົວ ໃນວັນສຸກນີ້ ຫັລງຈາກຂໍ ເລື່ອນມາ ຫລາຍຄັ້ງແລ້ວ.