ການຍົກຣະດັບ ສິດທິແມ່ຍິງ ໃນເຂດຊົນນະບົດ ຍັງບໍ່ທົ່ວເຖິງ
2008.06.09
ການປະຕິບັດ ແຜນການ ໄດ້ດໍາເນີນໄປ ຢ່າງຊັກຊ້າ ແລະ ບໍ່ທົ່ວເຖິງ ເຮັດໃຫ້ສິດທິ ຂອງສັຕຣີ ບໍ່ສາມາດ ທຽບເທົ່າ ກັບເພດຊາຍ ເລີຽ. ສິດທິ ຂອງຜູ້ຍິງ ໃນເຂດຊົນະບົດ ໃນທຸກໆ ດ້ານ ຕໍ່າກ່ວາ ຜູ້ຍິງ ໃນເຂດຕົວເມືອງ ຫລາຍ. ຜູ້ຍິງລາວ ຢູ່ໃນເຂດຊົນະບົດ ມີໂອກາດນ້ອຍ ທີ່ໄດ້ຮຽນໜັງສື ແລະ ໄດ້ຮັບການຝືກແອບ ວິຊາຊີບ. ມີຈໍານວນ ບໍ່ນ້ອຍ ຕ້ອງເດີນທາງ ເຂົ້າມາ ໃນຕົວເມືອງ ເພື່ອປະກອບ ອາຊີບ ໃນສະຖານທີ່ ບັນເທິງ ປະເພດຕ່າງໆ ອັນເຮັດໃຫ້ ເກີດບັນຫາ ປະກົດການ ຍໍ່ທໍ້ທາງ ດ້ານສັງຄົມ ເພີ້ມຂື້ນ, ດັ່ງໃນຄໍາຖະແຫລງ ຕອນນື່ງ:
“ການພັດທະນາ ຜູ້ຍິງ ຊົນະບົດ ໃນເຂດສອກຫລີກ ຍັງບໍ່ສາມາດ ໄປໄດ້ ຢ່າງທົ່ວເຖິງ. ແມ່ຍິງ ຈໍານວນ ນ້ອຍໆ ຍັງຂາດ ໂອກາດ ແລະ ບໍ່ມີເງື່ອນໄຂ ໃນການພັດທະນາ ຕົນເອງ ທັງດ້ານ ການສືກສາ ການຮັກສາ ສຸຂະພາບ ການຝືກອົບຮົມ ອາຊີບ ການພັດທະນາ ຝີມື ແຮງງານ ກໍຄື ການຊອກແຫລ່ງ ລາຍຮັບ ໃຫ້ແກ່ຄອບຄົວ.”
ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ອົງການແຮງງານ ສາກົນ ໃຫ້ທັດສະນະ ວ່າ ການບໍ່ສາມາດ ປະຕິບັດ ໄດ້ຕາມແຜນການ ແລະ ເປົ້າໝາຍ ທີ່ວາງໄວ້ ເຮັດໃຫ້ ຜູ້ຍິງລາວ ໃນເຂດຊົນະບົດ ອົພະຍົບເຂົ້າໄປ ໃນຕົວເມືອງໃຫ່ຽ ຫລາຍຂື້ນ ທຸກໆວັນ ໂດຍສະເພາະ ລັກລອບເຂົ້າໄປ ຫາວຽກເຮັດງານທໍາ ຢູ່ໃນປະເທດໄທ. ອົງການ ແຮງງານສາກົນ ປະເມີນວ່າ ໃນຈໍານວນ ຄົນງານລາວ 3 ແສນ ກ່ວາຄົນ ທີ່ເຂົ້າໄປ ເຮັດວຽກ ຢູ່ໃນ ປະເທດໄທ ນັ້ນ 55% ເປັນຜູ້ຍິງ. ຜູ້ຍິງ ຈໍານວນນີ້ ຕົກຢູ່ໃນ ຄວາມສ່ຽງ ໃນການເປັນເຍື່ອ ຂອງຂະບວນ ການຄ້າມະນຸດ.