ສະຕຣີ ຊົນນະບົດ ຍັງດ້ອຍ ຄວາມສເມີພາບ ເທົ່າທຽມ ຜູ້ຊາຍ.
2008.05.15
ທ່ານ ສາຍຄໍາ ແກ້ວພິລາ, ປະທານ ສະຫະ ພັນແມ່ຍິງລາວ ແຂວງ ຫລວງນໍ້າທາ, ກ່າວເຖິງ ສິດທິ ເທົ່າທຽມກັນ ຣະຫວ່າງ ຍິງຊາຍ ວ່າ: ໃນປັດຈຸບັນ ນີ້ ໃນແຂວງ ທີ່ ຈເຣີນແລ້ວ, ແມ່ຍິງ ຈະມີສິດ ເທົ່າທຽມ ກັບຜູ້ຊາຍ ທັງ ທາງກົດໝາຍ ແລະ ທາງ ພາກປະຕິບັດ ຕົວຈິງ. ແຕ່ແມ່ຍິງ ໃນເຂດ ຊົນນະບົດ ນັ້ນ ຍັງບໍ່ ມີສິດ ເທົ່າທຽມ ກັບຜູ້ຊາຍ ເທື່ອ. ທ່ານ ສາຍຄໍາ ກ່າວ ກ່ຽວກັບ ເລື່ອງນີ້ ວ່າ:
”ຍັງມີ ຮີດຄອງ ຈໍານວນນຶ່ງ ຮີດຄອງ ເກົ່າແກ່ ຍັງບໍ່ທັນ ໃຫ້ໂອກາດ ແມ່ຍິງເທົ່າທີ່ຄວນເທື່ອ ເຫດຜົນນຶ່ງ ແມ່ຍິງ ກໍຢູ່ ຊົນນະບົດ ແມ່ຍີງ ມີຄວາມຮັບຮູ້ ດ້ານການເມືອງ ດ້ານ ຣະບຽບ ກົດໝາຍຕໍ່າ.”
ຕາມຄໍາເວົ້າ ຂອງ ທ່ານ ສາຍຄໍາ, ທົ່ວໄປແລ້ວ ໃນເຂດ ຊົນນະບົດ ຍັງຂາດ ຄວາມສໍານຶກ ເລື່ອງ ຄວາມເທົ່າທຽມ ຣະຫວ່າງ ຍິງຊາຍ ຍ້ອນຄວາມເຊື່ອ ແບບຈາຮີດ ປະເພນີ ຊຶ່ງເປັນ ອຸປະສັກ ຕໍ່ ຄວາມພະຍາຍາມ ທີ່ຈະໃຫ້ ແມ່ຍິງ ໃນເຂດ ຊົນນະບົດ ມີໂອກາດ ເທົ່າທຽມ ກັບຜູ້ຊາຍໄດ້. ກ່ຽວກັບ ບັນຫາ ສິດທິ ເທົ່າທຽມ ກັນ ຣະຫວ່າງ ແມ່ຍິງລາວ ກັບ ຜູ້ຊາຍລາວ ນີ້, ເຈົ້າໜ້າທີ່ ໂຄງການ ສະຫະປະຊາຊາດ ເພື່ອ ການພັດທະນາ ກ່າວ ໃຫ້ຄວາມຄິດເຫັນ ສ່ວນຕົວ ໃນຕອນນຶ່ງ ວ່າ:
”but I think it is quite typical in the SEA country that means a lot of inequality and men usually have more value. And here, actually women, they keep silent a lot and they are not so vocal in public speaking. Participation in public area is also very weak. ທ່ານຄິດວ່າ ເປັນເລື່ອງ ຂ້ອນຂ້າງ ປົກກະຕິ ໃນປະເທດ ເຂດເອເຊັຽ ຕາເວນອອກ ຊ່ຽງໄຕ້ ຄື ລາວ. ເລື່ອງ ຄວາມ ບໍ່ສະເມີພາບ ຍີງຊາຍ ໂດຍ ຜູ້ຊາຍ ຈະໄດ້ຮັບ ຄ່ານິຍົມ ທີ່ສູງກວ່າ ແລະ ຢູ່ລາວ ໃນຕົວຈິງແລ້ວ ຜູ້ຍິງ ກໍບໍ່ມັກປາກ ແລະ ບໍ່ຄ່ອຍ ກ້າເວົ້າ ກ້າວ່າ ຕໍ່ໜ້າ ສາທາຣະນະຊົນ ແລະການມີ ສ່ວນຮ່ວມ ທາງສັງຄົມ ຂອງແມ່ຍີງລາວ ກໍຍັງອ່ອນຢູ່”
ແລະ ນັ້ນກໍສະແດງ ໃຫ້ເຫັນວ່າ ໃນສັງຄົມລາວ ປັດຈຸບັນນີ້, ສ່ວນໃຫຍ່ ແລ້ວ ຍັງຄົງ ຄວາມມີລັກສະນະ ຈາຮີດ ນິຍົມ ແລະ ປະເພນີ ອັນເກົ່າແກ່ຢູ່ ຊຶ່ງກໍ ອາດມີທັງ ດ້ານດີ ແລະ ດ້ານເສັຽ. ເຖີງຢ່າງໃດ ກໍດີ, ທາ ງຣັດຖະບານ ລາວ ກໍໄດ້ມີ ການປັບປຸງ ການສຶກສາ ແລະ ການຝຶກອົບຮົມ ສໍາລັບ ແມ່ຍິງລາວ ເພື່ອຊ່ວຍ ໃຫ້ແມ່ຍີງລາວ ມີສ່ວນຮ່ວມ ຫລາຍຂຶ້ນ ໃນວຽກງານ ເສດຖະກິດ, ສັງຄົມ, ການເມືອງ ແລະ ວັດທະນະທໍາ. ພ້ອມກັນນັ້ນ, ກໍພະຍາຍາມ ສົ່ງເສີມ ໃຫ້ສັງຄົມ ລາວ ຮັບຮູ້ ແລະ ເຂົ້າໃຈ ເລື່ອງ ຄວາມ ສະເມີພາບ ຂອງ ສັຕຣີລາວ ແລະ ໃຫ້ມີ ການປະຕິບັດ ສິດ ສະເມີພາບ ຍິງຊາຍ ຢ່າງແທ້ຈິງ ຕາມທີ່ ໄດ້ບົ່ງໄວ້ ໃນ ຣັດຖະທໍາມະນູນ ຂອງລາວ.