ນັກຣົບເກົ່າ ລາວ ແລະ ມົ້ງ ວາງພວງມາລາ

ມີ ນັກຣົບເກົ່າ ລາວ ແລະ ມົ້ງ ໃນເຄື່ອງແບບ ຊຸດ ສນາມຣົບ ຢືນກົງ ແສດງ ຄວາມເຄົາຣົພ ຕລອດໃນພິທີ.
ຫວາດ ສີມູນ ຣາຍງານ
2008.05.19

ພິທີ ວາງພວງມະລາ ຢູ່ ສຸສານ ແຫ່ງຊາຕ ທີ່ “ອາຣ໌ລິງຕັ໋ນ” ເພື່ອ ໄວ້ອາລັຍແລະ ຣະລຶກ ເຖິງ ດວງວິນຍານ ຂອງ ບັນດາ ນັກຣົບລາວ ແລະ ມົ້ງ ທີ່ ເສັຽຊີວີຕ ໃນປາງສົງຄາມ ວຽດນາມ.
ໃນຕອນເຊົ້າ ຂອງມື້ ວັນສຸກ ທີ 16 ພຶສພາ ນີ້, ບັນດາ ນັກຣົບເກົ່າ ຊາວລາວ ແລະ ມົ້ງ ຈຳນວນໜື່ງ ພ້ອມດ້ວຍ ເຈົ້າໜ້າທີ່ ກ່ຽວຂ້ອງ ຊາວອະເມຣິກັນ ຫລາຍໆຄົນ ໄດ້ໄປຮ່ວມ ໃນພິທີ ວາງພວງມະລາ ຢູ່ “ສຸສານແຫ່ງຊາຕ “ອາຣ໌ລິງຕັ໋ນ” ຣັຖເວີຈີເນັຽ ເນື່ອງໃນ ໂອກາດ ຄົບຮອບ 11 ປີ ທີ່ໄດ້ມີ ກາຣນຳເອົາ ແຜ່ນເຫລັກ ແລະຫີນ ສີລາຣືກ ໄປປັກໄວ້ ຢ່າງເປັນທາງກາຣ ເພື່ອໄວ້ອາລັຍ ແລະ ເປັນ ກາຣຣະລຶກເຖີງ ດວງວິນຍານ ຂອງ ບັນດາ ນັກຣົບເກົ່າ ລາວ ແລະ ມົ້ງ ທີ່ ເສັຽຊີວີຕໄປ ປາງສົງຄາມ ວຽດນາມ ໃນຊຸມປີ 1960 ແລະ ຕົ້ນຊຸມປີ 1970 ຜ່ານມາ ນັ້ນ. Dr. Grant McClure ເຈົ້າໜ້າທີ່ ຮ່ວມງານ ຂອງ ສະມາຄົມ ນັກຣົບເກົ່າ ລາວແລະ ມົ້ງ ອະເມຣິກັນ ໄດ້ກ່າວ ຢູ່ພິທີ ໃນຕອນໜື່ງວ່າ:

ທ່ານວ່າ: “ໃນມື້ ວັນທີ່ 15 ພຶສພາ ຂອງ ປີ 1997 ໄດ້ມີ ພິທີ ກາຣວາງ ແຜ່ນເຫລັກ ແລະ ຫີນ ສີລາຣືກ ພ້ອມດ້ວຍ ກາຣ ປູກຕົ້ນໄມ້ ຢ່າງ ມີຄວາມໝາຍ ໃນສຸສານ ແຫ່ງຊາຕ ທີ່ ສຳຄັນ ເປັນກາຣ ໄວ້ອາລັຍ ແລະ ຣະລຶກ ຄວາມກ້າຫາຣ ຂອງ ບັນດາ ນັກຣົບເກົ່າ ລາວ ແລະ ມົ້ງ ພ້ອມກັບ ຊົນເຜົ່າ ອື່ນໆ ທີ່ ຮ່ວມ ເຈົ້າໜ້າທີ່ ອະເມຣິກັນ ສູ້ຣົບ ກັບສັຕຣູ ໃນ “ສົງຄາມລັບ” ຂອງ ສະຫະ ຣັຖຢູ່ເມືອງລາວ. ສະນັ້ນ, ໃນກາຣ ທີ່ຈັດພິທີ ໄວ້ອາລັຍ ໃນຄັ້ງນີ້ ກໍເຊັ່ນດຽວ ກັບກາຣ ໄວ້ອາລັຍ ໃນ ຄັ້ງກ່ອນໆ ຊຶ່ງເປັນ ກາຣແສດງເຖີງ ຄຸນງາມ ຄວາມດີ ທີ່ທຸກຄົນ ໄດ້ສລະ ຊີວີຕ ເພື່ອ ຜົລປະໂຍດ ຂອງ ສ່ວນຮວມ ຈຶ່ງຈະມີ ກາຣຈາຣຶກ ໄວ້ ຕລອດກາລນານ”

ນອກຈາກນັ້ນ, ກໍມີ ທ່ານ Philip Smith ຜູ້ອຳນວຍກາຣ ຂອງ ອົງກາຣ ນັກຣົບເກົ່າ ລາວ-ອະເມຣິກັນ ແລະ Dr. Jane Himilton-Merritt ນັກຊ່ຽວຊານ ແລະ ນັກປະພັນ ດ້ານຊີວີຕ ກາຣເປັນຢູ່ ຂອງ ຊາວເຜົ່າມົ້ງ ຊຶ່ງແຕ່ລະຄົນ ກໍໄດ້ເນັ້ນເຖິງ ສັນຍາລັກ ແລະ ຄວາມໝາຍ ທີ່ຂຽນໄວ້ ທັ້ງ ພາສາລາວ ແລະ ມົ້ງ ທີ່ວ່າ ຈະມີກາຣຈາຣຶກ ໄວ້ຕລອດ ກາລນານ, ພອມທັງ ມີນັກຣົບເກົ່າ ລາວ-ມົ້ງ ຈຳນວນໜື່ງ ໃນເຄື່ອງແບບ ຊຸດ ສນາມຣົບ ຢືນກົງ ແສດງ ຄວາມເຄົາຣົພ ຕລອດໃນພິທີ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.